ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ-ຣັດເຊຍພົບປະກັນທີ່ອາເມຣິກາ

0
915

ໃນວັນທີ 24 ກັນຍາ ທີ່ຜ່ານມານີ້ ທ່ານ Sergey Lavrov ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ໄດ້ພົບປະກັບທ່ານ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຢູ່ນອກການປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 77 ທີ່ນະຄອນນິວຢອກ ປະເທດສະຫະລັດອາເມຣິກາ.

ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ໃຫ້​ຮູ້​ວ່າ ຝ່າຍ​ຕ່າງໆ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ຣັດ​ເຊຍ-ລາວ ​ແລະ ຢືນຢັນ​ແນວທາງທີ່​ຄ້າຍຄື​ກັນ​ຂອງ​ທັງສອງ​ປະ​ເທດ.

ພາຍຫຼັງ​ການ​ພົບ​ປະ ບັນດາ​ລັດຖະມົນຕີ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ສະຫະພັນ​ລັດ​ເຊຍ ​ແລະ ລາວ ກ່ຽວ​ກັບ​​ການບໍ່​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ອຸປະກອນ​ໃດໆ​ຢູ່​ນອກ​ອະວະກາດ.