ຍິນດີນໍາຄົນລາວ ອາເມລິກາປະກາດຍົກເລີກການງົດອອກວີຊ່າໃຫ້ພົນລະເມືອງລາວແລ້ວ

0
2429

ອີງຕາມແຈ້ງການຈາກເວບໄຊ້ຂອງສະຖານທູດສະຫະລັດອາເມລິກາປະຈໍາລາວ , ມາຮອດມື້ນີ້, ລັດຖະບານສະຫະລັດອາເມລິກາ ໄດ້ປະກາດຍົກເລີກການງົດອອກວີຊ່າ ໃຫ້ແກ່ພົນລະເມືອງລາວທີ່ເຄີຍມີມາກ່ອນແລ້ວ.

ການຍົກເລີກມາດຕະການນີ້ ໝາຍຄວາມວ່າ ພົນລະເມືອງລາວຈະສາມາດເດີນທາງໄປອາເມລິກາໄດ້ເພື່ອການທ່ອງທ່ຽວ ຫຼື ຈຸດປະສົງອື່ນໆ. ແຈ້ງການດັ່ງກ່າວລະບຸວ່າ “ດ້ວຍເຫດນີ້, ພົນລະເມືອງລາວທີ່ໄດ້ສະໝັກ ຫຼື ຈະຍື່ນຂໍວີຊ່າເຂົ້າເມືອງ ຢູ່ສະຫະລັດອາເມລິກາ ຈະບໍ່ຖືກງົດອອກວີຊ່າ ອີກຕໍ່ໄປ.” ພ້ອມກັບກ່າວຕື່ມວ່າ:

“ພວກເຮົາຫວັງວ່າຈະໄດ້ການຮ່ວມມືກັບລັດຖະບານລາວຕື່ມອີກ ໃນການແກ້ໄຂເພື່ອຍົກເລີກການຍົກຍ້າຍຄົນສັນຊາດລາວ ທີ່ຖືກສັ່ງເນລະເທດໃຫ້ອອກຈາກອາເມລິກາ, ຕາມມາດຕະຖານຂອງກົດໝາຍສາກົນ”

ກ່ອນໜ້ານີ້, ລັດຖະບານສະຫະລັດອາເມລິກາໄດ້ຢຸດຕິ ການອອກວີຊ່າຄົນເຂົ້າເມືອງໃຫ້ແກ່ພົນລະເມືອງລາວ ແລະ ຄົນສັນຊາດລາວທີ່ຍື່ນໜັງສື ຢູ່ໃນລາວ ເມື່ອວັນທີ 5 ມິຖຸນາ 2020 ອີງຕາມມາດຕາ 243(d) ຂອງກົດໝາຍວ່າດ້ວຍການອົບພະຍົບເຂົ້າເມືອງ ແລະ ສັນຊາດ (INA).