Homeຂ່າວພາຍ​ໃນລາຍງານສະພາບການແຜ່ລະບາດຂອງ ໂຄວິດ-19 ວັນທີ 8 ກຸມພາ 2022

ລາຍງານສະພາບການແຜ່ລະບາດຂອງ ໂຄວິດ-19 ວັນທີ 8 ກຸມພາ 2022

Published on

ຕາມການລາຍງານຂອງຄະນະສະເພາະກິດ ກ່ຽວກັບພະຍາດ ໂຄວິດ-19 ປະຈໍາວັນທີ 8 ກຸມພາ 2022 ມີເນື້ອໃນດັ່ງຕໍ່ໄປນີ້: ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 7 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.794 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 324 ຄົນ (ຕິດເຊື້ອພາຍໃນ 321 ຄົນ ແລະ ນໍາເຂົ້າ 3 ຄົນ).

– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 324 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

1. ນະຄອນຫຼວງ 77 ຄົນ
2. ຫົວພັນ 29 ຄົນ
3. ຜົ້ງສາລີ 28 ຄົນ
4. ຊຽງຂວາງ 26 ຄົນ
5. ອັດຕະປື 24 ຄົນ
6. ສະຫັວນນະເຂດ 19 ຄົນ
7. ໄຊຍະບູລີ 19 ຄົນ
8. ວຽງຈັນ 18 ຄົນ
9. ບໍລິຄໍາໄຊ 18 ຄົນ
10. ໄຊສົມບູນ 18 ຄົນ
11. ຄໍາມ່ວນ 10 ຄົນ
12. ອຸດົມໄຊ 9 ຄົນ
13. ຫຼວງພະບາງ 8 ຄົນ
14. ເຊກອງ 8 ຄົນ
15. ຈໍາປາສັກ 4 ຄົນ
16. ບໍ່ແກ້ວ 2 ຄົນ
17. ຫຼວງນໍ້າທາ 2 ຄົນ
18. ສາລະວັນ 2 ຄົນ

• ສໍາລັບການຕິດເຊື້ອນໍາເຂົ້າ ມີ 3 ຄົນ ທັງໝົດຈາກ ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 01 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 137.103 ກໍລະນີ, ອອກໂຮງໝໍວານນີ້ 224 ຄົນ, ກຳລັງປິ່ນປົວ 4,052 ຄົນ ແລະ ເສຍຊີວິດສະສົມທັງໝົດ 577 ຄົນ (ເສຍຊິວິດໃໝ່ 03 ຄົນ). – ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ຜົ້ງສາລີ 2 ຄົນ ແລະ ຫົວພັນ 1 ຄົນ. ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ ➢ ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ

• ສະພາບການລະບາດພະຍາດໂຄວິດ-19 ທົ່ວໂລກ ຍັງພົບຜູ້ຕິດເຊື້ອ ລາຍງານຫຼາຍໃນແຕ່ລະວັນ. ມື້ວານນີ້ມີຜູ້ຕິດເຊື້ອໃໝ່ 1.6 ລ້ານກວ່າຄົນ ເຊີ່ງສາຍພັນທີ່ກຳລັງແຜ່ລະບາດໃນປັດຈຸບັນແມ່ນສາຍພັນໂອມິຄຣອນ ຫຼາຍປະເທດໃນໂລກແມ່ນມີການຜ່ອນຜັນ ຫຼື ຍົກເລີກບັນດາມາດຕະການທີ່ໄດ້ວາງໄວ້ນັ້ນ, ພ້ອມກັນນີ້ຫຼາຍປະເທດກໍ່ໄດ້ມີມາດຕະການສຸມໃສ່ການສັກຢາວັກຊີນໃຫ້ທົ່ວເຖີງ.

• ສຳລັບ ສປປ ລາວ ມື້ນີ້ກໍ່ເປັນອີກມື້ໜື່ງໂຕເລກການຕິດເຊື້ອທົ່ວປະເທດຕ່ຳກ່ວາ 500 ຄົນ/ວັນ ແລະ ທ່າອ່ຽງຂອງການລະບາດຫຼຸດລົງ ເຖີງຢ່າງໃດກໍ່ຕາມ ພວກເຮົາກໍ່ຕ້ອງໄດ້ສືບຕໍ່ເຝົ້າລະວັງ ແລະ ມີສະຕິໃນການປ້ອງກັນຕົນເອງ, ຄົນອ້ອມຂ້າງ ລວມທັງຄົນໃນຄອບຄົວເປັນຕົ້ນ: ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືເລື້ອຍໆ ແລະ ຫຼີກລຽງໄປສະຖານທີ່ມີຄົນແອອັດ…

• ເຖີງວ່າປະຈຸບັນນີ້ໂຕເລກລາຍງານຕິດເຊື້ອລາຍວັນ ໃນ ສປປລາວ ແມ່ນຫຼຸດລົງເລື້ອຍໆກໍ່ຕາມ ແຕ່ອັດຕາການເສຍຊີວິດຂອງຄົນເຈັບ ແມ່ນຍັງສູງຫຼາຍ ຮອດປັດຈຸບັນຄົນເຈັບເສຍຊີວິດສະສົມທັງໝົດ 577 ຄົນ ກວມເອົາ 0,4% ຂອງຜູ້ຕິດເຊື້ອທັງໝົດ, ຄົນເຈັບທີ່ເສຍຊີວິດສ່ວນຫຼາຍກໍ່ຍັງແມ່ນຜູ້ສູງອາຍຸ, ຜູ້ມີພະຍາດປະຈຳໂຕ , ບໍ່ໄດ້ຮັບວັກຊີນ ແລະ ສາເຫດຫຼັກອີກອັນໜື່ງກໍ່ແມ່ນຍ້ອນຜູ້ທີ່ປີ່ນປົວຕົນເອງຢູ່ເຮືອນມາຫາແພດໝໍຊ້າ ສະນັ້ນຂ້າພະເຈົ້າຂໍຊີ້ແຈງອີກວ່າຜູ້ທີ່ມີເງື່ອນໄຂເໝາະສົມທີ່ຈະປີ່ນປົວຕົນເອງຢູ່ເຮືອນບົນພື້ນຖານໃຫ້ປອດໄພຕ້ອງມີເງື່ອນໄຂດັ່ງນີ້:

– ຕ້ອງມີຫ້ອງແຍກປ່ຽວຈາກສະມາຊິກຄົນອື່ນໃນຄອບຄົວ
– ຜູ້ທີ່ມີອາການເບົາບາງ ຫຼື ບໍ່ມີອາການ ເຊັ່ນວ່າ: ມີນ້ຳມູກຍ້ອຍ, ເຈັບຄໍ, ຕັນດັງ ແລະ ຫາຍໃຈສະດວກດີ
– ໄດ້ຮັບວັກຊີນ ຄົບໂດສ – ຜູ້ທີ່ມີອາຍຸຫຼຸດ 60 ປີ, ຜູ້ທີ່ບໍ່ມີພະຍາດປະຈຳໂຕ ແລະ ບໍ່ຖືພາ
– ຕ້ອງມີອຸປະກອນຕິດຕາມຕົນເອງທຸກມື້ ເປັນຕົ້ນແມ່ນ ການວັດແທກລະດັບອົກຊີແຊນໃນເລືອດ, ປົກກະຕິລະດັບການວັດແທກອົກຊີແຊນໃນເລືອດຕ້ອງສູງກ່ວາ 95% (ໂດຍການນຳໃຊ້ເຄື່ອງວັດແທກຊະນິດຊຸບໃສ່ນີ້ມືນີ້ວຊີ້ ຫຼື ນີ້ວໂປ້ ເຊີ່ງມີຂາຍທົ່ວໄປຕາມຮ້ານຂາຍຢາ), ມີບາຫຼອດວັດແທກອຸນຫະພູມ ແລະ ມີຢາຈຳເປັນພື້ນຖານເປັນຕົ້ນແມ່ນ: ຢາລົດໄຂ້, ວິຕະມີນຊີ ແລະ ຢາປີ່ນປົວຕາມອາການ
– ສາມາດຕິດຕາມໂຕເອງ, ຫາຍໃຈສະດວກ ສາມາດກີນ-ດື່ມໄດ້
– ຕ້ອງມີສະມາຊິກໃນຄອບຄົວຜູ້ທີ່ແຂງແຮງບໍ່ມີພະຍາດປະຈຳໂຕຕິດຕາມ, ເປັນຜູ້ສະໜອງອາຫານການກີນ ແລະ ຕິດຕໍ່ປະສານກັນຜ່ານທາງໂທລະສັບທຸກມື້
– ຕ້ອງ ຕິດຕໍ່ພົວພັນຫາສາຍດ່ວນ 164 ເພື່ອຂໍຄຳປືກສາ ແລະ ເພື່ອລາຍງານສະພາບຕົນເອງຖ້າມີອາການບໍ່ສະບາຍຫຼາຍ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...