ພະຍາກອນອາກາດມື້ນີ້! ທົ່ວທຸກພາກຍັງຈະມີຝົນຕົກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບອາກາດປະຈຳວັນທີ 7 ສິງຫາ 2020 ວ່າ ຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງປານກາງຍັງພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກໃນຕອນບ່າຍ ແລະ ຈະມີຝົນໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖີ່ນແຂວງ ພາກເໜືອ ແລະ ພາກໃຕ້.

ສຳລັບລະດັບນໍ້າຊັນ, ເຂດເມືອງເກົ່າຍັງສືບຕໍ່ຂຶ້ນສູງກາຍເຂດລະດັບອັນຕະລາຍ, ເຊິ່ງໃນຕອນເຊົ້າຂອງມຶ້ນີ້ແທກໄດ້ 9 ແມັດ 03 ຊັງຕີແມັດ, (ລະດັບອັນຕະລາຍ ແມ່ນ 8 ແມັດ) ແລະ ຄາດຄະເນວ່າລະດັບນໍ້າຍັງຈະສືບຕໍ່ຂຶ້ນສູງຕື່ມອີກ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມແຄມນໍ້າຊັນ ໂດຍສະເພາະຢູ່ເຂດເມືອງ ບໍລິຄັນ ໃຫ້ມີສະຕິລະ ມັດລະວັງຕໍ່ສະພາບ, ນໍ້າຖ້ວມຊຸ, ຖ້ວມອັ່ງ ແລະ ດິນເຈື່ອນ ພ້ອມທັງຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.

 

ຮຽບຮຽງຂ່າວ: ພຸດສະດີ