ບັນຫາການຈັບຈອງໂຄງການລົງທຶນແລ້ວຂາຍຕໍ່ ໂດຍບໍ່ມີການພັດທະນາ

ເວັບໄຊ ສະພາແຫ່ງຊາດ ລາຍງານວ່າ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ຕໍ່ກັບບັນຫາການຈັບຈອງໂຄງການລົງທຶນແລ້ວຂາຍຕໍ່ ໂດຍບໍ່ມີການພັດທະນາ ລັດຖະບານຈະມີວິທີການແກ້ໄຂ ແລະ ຄຸ້ມຄອງແນວໃດ ໂດຍ ລັດຖະມົນຕີ ກຜທ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ.

ໃນວັນທີ 25 ມິຖຸນາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ວ່າ ຜ່ານມາ ລັດຖະບານ ໄດ້ອະນຸຍາດໂຄງການລົງທຶນໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃນຫຼາຍຂະແໜງການໃນກິດຈະການທົ່ວໄປ ແລະ ກິດຈະການສຳປະທານ. ພາຍຫຼັງໄດ້ຮັບອະນຸມັດແລ້ວ, ຫຼາຍໂຄງການກໍມີຄວາມຄືບໜ້າດີ ແລະ ກໍມີບາງໂຄງການທີ່ຈັດຕັ້ງປະຕິບັດຫຼ້າຊ້າ, ບໍ່ມີຄວາມຄືບໜ້າ ແລະ ມີລັກສະນະຈັບຈອງໂຄງການ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າລັດຖະບານໃນນາມຄູ່ສັນຍາຂອງໂຄງການ ໄດ້ມີມາດຕະການໃນການຕິດຕາມກວດກາໂຄງການເພື່ອປະຕິບັດໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຕາມເນື້ອໃນຂອງສັນຍາ. ພ້ອມດຽວກັນ, ກໍເອົາໃຈໃສ່ປະຕິບັດນິຕິກຳຂອງລັດຖະບານຕ່າງໆ ເປັນຕົ້ນຄຳສັ່ງ 08/ນຍ ແລະ 09/ນຍ ກ່ຽວກັບການກວດກາປະເມີນຕີລາຄາການຈັດຕັ້ງບັນດາໂຄງການລົງທຶນທີ່ໄດ້ຮັບການອະນຸມັດ.

ຜ່ານການກວດກາບັນດາໂຄງການນັບແຕ່ປີ 2016 ເປັນຕົ້ນມາ ໄດ້ພົບເຫັນໂຄງການບໍ່ມີຄວາມຄືບໜ້າ ແລະ ເຮັດຜິດສັນຍາທີ່ໄດ້ເຊັນກັບລັດຖະບານ ເຊິ່ງໄດ້ມີການແຈ້ງຍົກເລີກໂຄງການທັງໝົດ 82 ໂຄງການ (ໃນນັ້ນ, ຂະແໜງບໍ່ແຮ່ 70 ໂຄງການ, ໄຟຟ້າ 9 ໂຄງການ ແລະ ກະສິກໍາ 3 ໂຄງການ). ພ້ອມນັ້ນ, ກໍໄດ້ຢຶດເງິນຄໍ້າປະກັນການປະຕິບັດສັນຍາຂອງ 5 ໂຄງການ ເປັນຈຳນວນເງິນ 160.000 ໂດລາ. ເຖິງຈະມີການຈັດຕັ້ງປະຕິບັດມາດຕະການດັ່ງກ່າວແລ້ວກໍຕາມ ແຕ່ກໍເຫັນວ່າສະພາບການຈັບຈອງໂຄງການ ແລະ ການບໍ່ປະຕິບັດພັນທະຕາມສັນຍາຍັງມີຢູ່ ເຊິ່ງຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໂດຍການເພີ່ມທະວີຄວາມເຄັ່ງຂັດໃນການຕິດຕາມກວດກາ ໃນລະດັບຂັ້ນສູນກາງ ແລະ ທ້ອງຖິ່ນ; ພ້ອມນັ້ນ, ກໍຈະສືບຕໍ່ປັບປຸງຂອດການປະສານງານລະຫວ່າງ ກະຊວງ ແຜນການ ແລະ ການລົງທຶນ ແລະ ຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ຕິດຈອດກັນຫຼາຍຂຶ້ນ ເພື່ອປະກອບເຮັດໃຫ້ໂຄງການລົງທຶນປະຕິບັດຕາມສັນຍາ ແລະ ຫຼຸດຜ່ອນຊ່ອງຫວ່າງໃນການບໍ່ປະຕິບັດສັນຍາ ຫຼື ຈັບຈອງໂຄງການ.

 

ຮຽບຮຽງຂ່າວ:​ ພຸດສະດີ