Homeຂ່າວທ້ອງຖິ່ນລາວມີ 885 ກິດຈະການ ທີ່ຂຸດຄົ້ນແຮ່ທາດຢູ່ລາວ

ລາວມີ 885 ກິດຈະການ ທີ່ຂຸດຄົ້ນແຮ່ທາດຢູ່ລາວ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ລັດຖະບານໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ກ່ຽວ ກັບການຄຸ້ມຄອງການຂຸດຄົ້ນແຮ່ທາດ ເຊິ່ງ ມີ 885 ກິດຈະການ ໃນທົ່ວປະເທດ.

ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ລາຍງານຕໍ່ສະມາຊິກສະພາແຫ່ງຊາດທີ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດວ່າ: ລັດຖະບານໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ໂດຍສະເພາະແຮ່ທາດ, ຫິນຜາ, ຫິນແຮ່ ແລະ ຊາຍ ຊຶ່ງໄດ້ສ້າງ ແລະ ປັບປຸງກົດໝາຍ ລວມທັງນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງຫຼາຍສະບັບ ເປັນຕົ້ນ: ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ, ກົດໝາຍ ວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍການກໍ່ສ້າງ, ລັດຖະບັນຍັດປະທານປະເທດ ວ່າດ້ວຍອັດຕາຄ່າຊັບພະຍາກອນທໍາມະຊາດ.

ທ່ານ ບຸນປອນ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ນອກນັ້ນ, ຄະນະປະຈໍາສະພາແຫ່ງຊາດໄດ້ລົງຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບວຽກງານແຮ່ທາດ, ແນໃສ່ ເຮັດໃຫ້ການອະນຸຍາດ, ການຄຸ້ມຄອງ ແລະ ການຕິດຕາມກວດກາການດໍາເນີນກິດຈະການດັ່ງກ່າວໃຫ້ຖືກຕ້ອງຕາມກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ, ທັງຮັບປະກັນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ທີ່ມີຈໍາກັດ.

ຮອດປັດຈຸບັນນີ້ ມີ 885 ກິດຈະການກ່ຽວກັບການຂຸດຄົ້ນແຮ່ທາດ ລວມທັງ ຫີນຜາ, ຫີນແຮ່ ແລະ ຊາຍ ໃນຂອບເຂດທົ່ວປະເທດ ທີ່ສູນກາງ ແລະ ທ້ອງຖິ່ນ ອະນຸຍາດ ແລະ ຍັງດໍາເນີນການຢູ່ໃນປັດຈຸບັນ. ໃນນີ້, ສູນກາງອະນຸຍາດ ມີ 320 ກິດຈະການ ຊຶ່ງ ຢູ່ໃນຂັ້ນຕອນຊອກຄົ້ນ ແລະ ສໍາຫຼວດ 113 ກິດຈະການ, ຂັ້ນຕອນສຶກສາບົດວິພາກເສດຖະກິດ-ເຕັກນິກ 65 ກິດຈະການ ແລະ ກິດຈະການທີ່ຢູ່ໃນຂັ້ນຕອນຂຸດຄົ້ນ ແລະ ປຸງແຕ່ງມີທັງໝົດ 142 ກິດຈະການ. ນອກນັ້ນ ຂັ້ນທ້ອງຖິ່ນ (ຂະແໜງພະລັງງານ ແລະ ບໍ່ແຮ່) ໄດ້ອະນຸຍາດ ໃຫ້ຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ ແລະ ອຸດສາຫະກໍາ ມີ 565 ກິດຈະການ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...