ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2019 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ມີບັນດາການນຳ ອະດີດການນຳພັກ-ລັດ ສະມາຊິກສະພາແຫ່ງຊາດທຸກເຂດເລືອກຕັ້ງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນ​ໂອ​ກາດ​ດັ່ງ​ກ່​າວ ທ່ານ ນາງ ປາ​ນີ ຢາທໍ່ຕູ້ ໄດ້​ກ່າວ​ບົດ​ສູນ​ທອນ​ພົດ​ໂດຍມີ​ເນື້ອ​ໃນ​ວ່າ ​ໃນໄລຍະ 5 ເດືອນຕົ້ນປີຜ່ານມາເຫັນໄດ້ວ່າສະພາບການພາກພື້ນ ແລະ ສາກົນຍັງສືບຕໍ່ຜັນແປໄປຢ່າງສະຫຼັບຊັບຊ້ອນ ເສດຖະກິດໂລກມີການຂະຫຍາຍຕົວຊ້າລົງ ແລະ ຍັງບົ່ມຊ້ອມສິ່ງທ້າທາຍຫຼາຍດ້ານ ເນື່ອງຈາກໄດ້ຮັບຜົນກະທົບທາງດ້ານເສດຖະກິດ ແລະ ການເມືອງລະຫວ່າງບັນດາປະເທດມະຫາອໍານາດ ອັນໄດ້ສົ່ງຜົນກະທົບຕໍ່ບັນດາປະເທດຕ່າງໆໃນໂລກ ໃນນັ້ນ ແມ່ນລວມມີ ສປປ ລາວ ສໍາລັບ ສປປ ລາວ ໃນ 5 ເດືອນຜ່ານມາພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານສູນກາງພັກ ດ້ວຍຄວາມເອົາໃຈໃສ່ຊີ້ນໍາ ແລະ ຊຸກຍູ້ຢ່າງໃກ້ຊິດຈາກລັດຖະ ບານ ແລະ ຄວາມບຸກບືນຂອງບັນດາຂະແໜງການກໍຄືອົງການປົກຄອງທ້ອງຖິ່ນທຸກຂັ້ນ ພວກເຮົາສາມາດຈັດຕັ້ງປະຕິບັດບັນດາຄາດໝາຍທາງດ້ານເສດຖະກິດມະຫາພາກກໍຄືບັນດາຕົວຊີ້ວັດໃນຂະແໜງການຕ່າງໆທີ່ກໍານົດໄວ້ໃນມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2019 ໄດ້ຮັບຜົນສໍາເລັດດີພໍສົມຄວນ ເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບໂດຍພື້ນຖານ ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆ ບົດບາດອິດທິພົນຂອງ ສປປ ລາວ ນັບມື້ໄດ້ຮັບການເຊີດຊູຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ບັນດາທ່ານຜູ້ນໍາພັກ-ລັດ ສະມາຊິກສະພາແຫ່ງຊາດ ແລະ ແຂກທີ່ນັບຖື ປີ 2019 ເປັນປີທີ 4 ແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຄັ້ງທີ VIII ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ທົ່ວພັກ-ລັດ ແລະ ທົ່ວປວງຊົນລາວທັງຊາດ ທຸກພາກສ່ວນເສດຖະກິດຈົ່ງໄດ້ເພີ່ມທະວີຄວາມສາມັກຄີ ຍົກສູງຄວາມຮັບຜິດຊອບ ເສີມຂະຫຍາຍຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດພາລະບົດບາດ ໜ້າທີ່ຂອງຕົນໃຫ້ມີໝາກຜົນຕົວຈິງ ຫັນສິ່ງທ້າທາຍເປັນກາລະໂອກາດໃນການສືບຕໍ່ສູ້ຊົນຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍທີ່ກໍານົດໄວ້ໃນແຜນປີ 2019 ໃຫ້ບັນລຸຜົນສໍາເລັດ ບົນຈິດໃຈດັ່ງກ່າວກອງປະຊຸມສະໄໝສາມັນເທື່ອທີ 7 ນີ້ຈະສຸມໃສ່ພິຈາລະນາ ແລະ ຮັບຮອງບັນດາເນື້ອໃນທີ່ສໍາຄັນດັ່ງນີ້ 1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ 2019 ນີ້ 2. ພິຈາລະນາ ຮັບຮອງບົດລາຍງານຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່ຽວກັບການພັດທະນາຊັບພະຍາກອນມະນຸດທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍສະເພາະການສ້າງຊັບພະຍາກອນມະນຸດໃຫ້ໄປຕາມຂະແໜງການບຸລິມະສິດເປັນຕົ້ນ ວິຊາການສະເພາະໃນສາຂາວິຊາ ກະສິກໍາ ຄູ ແລະ ພະຍາບານ ເພື່ອສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ 3. ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 081/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ ປີ 2019 4. ພິຈາລະນາ ບົດລາຍງານຂອງລັດຖະບານກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 080/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ 5. ພິຈາລະນາ ຮັບຮອງການຊີ້ແຈງຂອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມກ່ຽວກັບການຄຸ້ມຄອງ ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ມາດຕະການແກ້ໄຂຕໍ່ໜ້າ ແລະ ການຊີ້ແຈງຂອງລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດກ່ຽວກັບການຟື້ນຟູປ່າໄມ້ ແລະ ປູກປ່າທົດແທນຕິດພັນກັບການນໍາໃຊ້ງົບປະມານຂອງລັດກໍຄືຈາກໂຄງການພັດທະນາໄຟຟ້າ-ບໍ່ແຮ່ ແລະ ທຶນຊ່ວຍ ເຫຼືອຈາກຕ່າງປະເທດ 6. ພິຈາລະນາ ຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານຕາມການສະເໜີຂອງທ່ານນາຍົກລັດຖະ ມົນຕີ 7. ເລືອກຕັ້ງປະທານສານປະຊາຊົນສູງສຸດຕາມການສະເໜີຂອງທ່ານປະທານປະເທດ 8. ພິຈາລະນາ ຮັບຮອງບົດລາຍງານຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດກ່ຽວ​ກັບ​ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຕາມມາດຕາ 42 (ຂໍ້ 2 ຂໍ້ 5 ແລະ ຂໍ້ 6) ຂອງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ 9. ພິຈາລະນາບົດລາຍງານການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາແຫ່ງຊາດໄລຍະ 5 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2019 10. ພິຈາລະນາ ແລະ ຮັບຮອງການສ້າງ ແລະ ປັບປຸງຮ່າງກົດໝາຍ ຈໍານວນ 10 ສະບັບ ໃນນີ້  1 ຂົງເຂດເສດຖະກິດມີ 6 ສະບັບຄື ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ກົດໝາຍວ່າດ້ວຍອາກອນລາຍໄດ້ ກົດໝາຍວ່າດ້ວຍອາກອນຊົມໃຊ້ ກົດໝາຍວ່າດ້ວຍທີ່ດິນ ກົດໝາຍວ່າດ້ວຍການຕອບໂຕ້ການທຸ້ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາເຂົ້າ ແລະ ກົດໝາຍວ່າດ້ວຍປ່າໄມ້ ສ່ວນຂົງເຂດວັດທະນະທໍາ-ສັງຄົມມີ 2 ສະບັບຄື ກົດໝາຍວ່າດ້ວຍອາຊີວະສຶກສາ ແລະ ກົດໝາຍວ່າດ້ວຍການຄຸ້ມ ຄອງໄພພິບົດ ຂົງເຂດຍຸຕິທໍາ ແລະ ການປົກຄອງມີ 2 ສະບັບຄື ກົດໝາຍວ່າດ້ວຍຄ່າທໍານຽມສານ ແລະ ກົດໝາຍວ່າດ້ວຍເອກະ ສານ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ