spot_img
Homeຂ່າວຕ່າງປະເທດລືມເພັດມູນຄ່າກວ່າ 4 ລ້ານໂດລາຢູ່ເທິງເຮືອບິນ

ລືມເພັດມູນຄ່າກວ່າ 4 ລ້ານໂດລາຢູ່ເທິງເຮືອບິນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ມິຖຸນາຜ່ານມາວ່າ ມີແມ່ຍິງຄົນໜຶ່ງລືມເຄື່ອງເພັດມູນຄ່າກວ່າ 4 ລ້ານໂດລາໄວ້ເທິງເຮືອບິນ ຊຶ່ງນາງຕ້ອງນຳກັບໄປສົ່ງຄືນໃຫ້ ຣິຕ້າ ໂອຣາ ນັກຮ້ອງ ນັກປະພັນເພງ ແລະ ນັກສະແດງຊາວອັງກິດໃສ່ໃນງານເທສະການຮູບເງົາເມືອງຄານທີ່ປະເທດຝຣັ່ງ.

ລາຍງານຂ່າວດຽວກັນລະບຸຕື່ມວ່າ ຣິຕ້າ ໄດ້ຂໍຢືມຊຸດເຄື່ອງເພັດຈາກແບຣນຫຼູລາຍໜຶ່ງເພື່ອ ໃສ່ໃນງານດັ່ງກ່າວ ແຕ່ຜູ້ທີ່ຮັບຜິດຊອບນຳສົ່ງເຄື່ອງເພັດຜັດລືມໄວ້ຢູ່ເທິງເຮືອບິນ ຊຶ່ງກວ່າທີ່ນາງຈະຄິດອອກກໍບໍ່ທັນແລ້ວ ເມື່ອສາຍການບິນທີ່ນາງນັ່ງມາຈາກນະຄອນມາຍັງ ເມືອງນິຊ ປະເທດຝຣັ່ງ ໄດ້ບິນກັບໄປແລ້ວ ຢ່າງໃດກໍຕາມ ເຈົ້າໜ້າທີ່ຕຳຫຼວດກໍໄດ້ເປີດເຜີຍວ່າ ໂຊກດີທີ່ ຣິຕ້າ ໂອຣາ ໄດ້ຮັບເຄື່ອງເພັດຊຸດດັ່ງກ່າວໃນເວລາຕໍ່ມາ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: GettyImages

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...