spot_img
Homeຂ່າວຕ່າງປະເທດເກັບຂີ້ເຫຍື້ອແລກຄ່າຮຽນ

ເກັບຂີ້ເຫຍື້ອແລກຄ່າຮຽນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ມິຖຸນາວ່າ ໂຮງຮຽນແຫ່ງໜຶ່ງໃນລັດອັສສຳຂອງອິນເດຍເກີດແນວຄວາມຄິດທີ່ຈະຊ່ວຍແກ້ບັນຫາໂລກຮ້ອນ ໂດຍໄດ້ສ້າງໂຄງການທີ່ມີຊື່ວ່າ “ເກັບຂີ້ເຫຍື້ອພລາສຕິກແລກກັບຄ່າຮຽນ”.

ທ່ານ ປາຣມິຕາ ຊາຣມາ ແລະ ທ່ານ ມາຊິນ ມຸກຕາຣ ສອງຜູ້ກໍ່ຕັ້ງ ແລະ ບໍລິຫານໂຮງຮຽນປະຖົມສຶກສາອັຄສຮາຣ ທາງຕາເວັນອອກສຽງເໜືອຂອງອິນເດຍໄດ້ເລີ່ມໂຄງການເກັບຂີ້ເຫຍື້ອພລາສຕິກແລກຄ່າຮຽນຫຼັງຈາກເກີດບັນຫາໂຮງຮຽນຖືກຄຸກຄາມຈາກຂີ້ເຫຍື້ອພລາສຕິກໃນພື້ນທີ່ເນື່ອງຈາກຊາວບ້ານຖິ້ມຂີ້ເຫຍື້ອຊະຊາຍ ລວມເຖິງໃຊ້ວິທີເຜົາຂີ້ເຫຍື້ອເພື່ອສ້າງຄວາມອົບອຸ່ນແກ່ຮ່າງ ກາຍໃນລະດູໜາວ.

ກໍລະນີດັ່ງກ່າວໄດ້ກໍ່ໃຫ້ເກີດຄວັນພິດຊຶ່ງເປັນອັນຕະລາຍຕໍ່ສຸຂະພາບຂອງນັກຮຽນລວມເຖິງປະຊາຊົນເອງ ດັ່ງນັ້ນ ຜູ້ບໍລິຫານທັງ ສອງຈຶ່ງຄິດຫາວິທີທາງໃນການປຸກລະດົມໃຫ້ປະຊາຊົນໃນພື້ນທີ່ມີສ່ວນຮ່ວມຮັກສາສະພາບແວດລ້ອມ ແລະ ກຳຈັດຂີ້ເຫຍື້ອພລາສຕິກຢ່າງຖືກວິທີ ດ້ວຍການເຊີນຊວນໃຫ້ຜູ້ປົກຄອງ ແລະ ເດັກນັກຮຽນຊ່ວຍກັນເກັບຂີ້ເຫຍື້ອພລາສຕິກທັງພາຍໃນເຮືອນ ແລະ ຊຸມຊົນແລ້ວນຳມາມອບໃຫ້ໂຮງຮຽນອາທິດລະບໍ່ຕ່ຳ ກວ່າ 20 ຢ່າງເພື່ອແລກກັບຄ່າຮຽນຂອງລູກຫຼານ ສ່ວນຂີ້ເຫຍື້ອພລາສຕິກທີ່ລວບລວມໄດ້ໂຮງຮຽນຈະນຳໄປຣີໄຊເຄິລດ້ວຍການນຳໃຊ້ເປັນວັດສະດຸກໍ່ສ້າງອາຄານຮຽນຫຼັງໃໝ່ ຫ້ອງສຸຂາ ຫຼື ທາງຍ່າງ ແລະ   ອື່ນໆ.

ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າໂຄງການນີ້ໄດ້ສ້າງປະໂຫຍດໃຫ້ທັງ 2 ຝ່າຍຄື ນອກຈາກຈະຊ່ວຍປຸກລະດົມໃຫ້ຊາວບ້ານໃນຊຸມຊົນ ແລະ ເຍົາວະຊົນຮູ້ຈັກຈັດການກັບຂີ້ເຫຍື້ອພລາສຕິກ ແລ້ວ ຍັງເປັນການສົ່ງເສີມໃຫ້ເດັກ ແລະ ເຍົາວະຊົນໄດ້ເຂົ້າເຖິງການສຶກສາອີກດ້ວຍ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Gallery

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...