​ເກ​ຍ ອູສິດທິເດດ ທຸ້ມ​ເງິນ 15 ຕື້​ກີບ ​ເຮັດ​ໃຫ້ປະຊາຊົນ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ມີຊີວິດດີຂຶ້ນ

ກອງປະຊຸມສະຫລຸບການມີສ່ວນຮ່ວມ ຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 29 ເມສາ 2019, ໂດຍຢັ້ງຢືນໃຫ້ເຫັນວ່າ ສາມາດແກ້ໄຂ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນໄດ້ໂດຍພື້ນຖານ ແລະ ຫັນປ່ຽນວິຖີຊີວິດດີຂຶ້ນເປັນກ້າວໆ ດ້ວຍການສົ່ງເສີມການຜະລິດເປັນສິນຄ້າ. ກອງປະຊຸມດັ່ງກ່າວ, ດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີການນຳແຂວງ, ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ, ພ້ອມດ້ວຍຕາງໜ້າຈາກປະຊາຊົນ ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຄໍາລຸຍ ຍາດຕິວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ສະຫວັນນະເຂດ ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ແມ່ນວັນທີ 1 ມັງກອນ 2016 ມີໄລຍະເວລາ 3 ປີ ແລະ ເປັນໂຄງການທຳອິດໃນ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນຈາກນັກທຸລະກິດ ໂດຍການນຳໃຊ້ທຶນຮອນສ່ວນຕົວເປັນມູນຄ່າມະຫາສານ ເພື່ອປະກອບສ່ວນເຂົ້າໃນການຫັນປ່ຽນວິຖີຊີວິດຂອງຄອບຄົວທຸກຍາກ ຢູ່ສອງບ້ານດັ່ງກ່າວ, ທີ່ເຄີຍຢືດຖືການໄປຂໍທານເພື່ອລ້ຽງຊີບຢ່າງເລື່ອນລອຍມາເປັນເວລາຍາວນານ ໃຫ້ຫັນມາເຮັດອາຊີບທີ່ໝັ້ນຄົງ, ເຊິ່ງນັກທຸລະກິດຜູ້ທີ່ເສຍສະຫລະຄົນດັ່ງກ່າວ ແມ່ນ ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນ້ຳດື່ມ ແລະ ນ້ຳກ້ອນໂລມາຄໍາ. ຕະຫລອດໄລຍະ 3 ປີ ຂອງການຈັດຕັ້ງປະຕິບັດໂຄງການ,​ ທ່ານ ເກຍ ອູ໊ສິດທິເດດ ພ້ອມດ້ວຍທີມງານ ໄດ້ທຸ້ມເທທັງທຶນຮອນ, ເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ສຸມໃສ່ໃນການພັດທະນາຢ່າງຈິງໃຈ ແລະ ບໍ່ຮູ້ອິດຮູ້​ເມື່ອຍ, ຈົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ຈຳນວນ 77 ຄອບຄົວເປົ້າໝາຍ ມີການປ່ຽນແປງຢ່າງຈະແຈ້ງ, ມີທີ່ຢູ່ອາໄສຖາວອນ, ມີອາຊີບທີ່ໝັ້ນຄົງ, ມີຊັບສິນເປັນ​ຂອງ​ຕົນເອງ, ມີຊີວິດການເປັນຢູ່ທີ່ດີຂຶ້ນ, ພ້ອມທັງສາມາດເຂົ້າເຖິງການສຶກສາ ແລະ ສາທາລະນະສຸກ. ໂຄງການດັ່ງກ່າວ, ມີມູນຄ່າການຊ່ວຍເຫລືອທັງໝົດ 22 ຕື້ກວ່າກີບ, ໃນນັ້ນ 15 ຕື້ກີບ ແມ່ນການສະໜັບສະໜູນຈາກເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ແລະ ສ່ວນທີ່ເຫລືອແມ່ນຈາກພາກລັດ, ອົງການຈັດຕັ້ງສາກົນ, ບັນດາບໍລິສັດ, ຫ້າງຮ້ານ ແລະ ອື່ນໆ.

ໂອກາດນີ້, ທ່ານ ເກຍ ອູ໊ສິດທິເດດ ກ່າວວ່າ: ໃນໄລຍະ 3 ປີ ທີ່ຕົນເອງໄດ້ທຸ້ມເທທຶນຮອນ, ເຫື່ອແຮງ, ສະຕິປັນຍາ, ເວລາສຸມໃສ່ໃນການພັດທະນາ ກໍເພື່ອຫວັງຢາກເຮັດໃຫ້ປະຊາຊົນຜູ້ທຸກຍາກ 77 ຄອບຄົວເປົ້າໝາຍ ມີຊີວິດການເປັນຢູ່ທີ່ດີ, ມີອາຊີບໝັ້ນຄົງ, ມີສະພາບແວດລ້ອມທີ່ດີ ແລະ ຢຸດພຶດຕິກຳຂໍກິນໄປວັນໆ ແລະ ຂໍຢັ້ງຢືນວ່າ ການມີສ່ວນຮ່ວມໃນການຊ່ວຍເຫລືອປະຊາຊົນໃນຄັ້ງນີ້, ແມ່ນເຮັດດ້ວຍຄວາມຈິງໃຈ, ບໍລິສຸດໃຈ, ບໍ່ມີສິ່ງແອບແຝງໃດໆທັງນັ້ນ. ໃນໂອກາດດຽວກັນ, ທ່່ານ ສັນຕິພາບ ພົມວິຫານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຕັດສິນໃຈຂອງ ທ່ານ ເກຍ ອູ໊ສິດທິເດດ, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນຢູ່ສອງບ້ານດັ່ງກ່າວ, ໃຫ້ກາຍເປັນບ້ານພົ້ນທຸກໂດຍພື້ນຖານ ແລະ ກ້າວໄປສູ່ບ້ານພັດທະນາເທື່ອລະກ້າວ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ