ຊົມເຊີຍຜົນສຳເລັດການຢ້ຽມຢາມ ລັດຖະກິດ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ ບຸນຍັງ ວໍລະຈິດ

ຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສີ ຈິ້ນ ຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດລາວ ໄດ້ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 2 ທີ່ ສປ ຈີນ ແຕ່ວັນທີ 25 ເມສາ ຫາ ວັນທີ 01 ພຶດສະພາ 2019.

ໃນຕອນແລງວັນທີ 30 ເມສາ 2019, ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍເລຂາທິການໃຫຍ່, ປະທານປະເທດທັງສອງ ໄດ້ມີການພົບປະເຈລະຈານຳກັນ ທີ່ຫໍປະຊຸມສະພາປະຊາຊົນຈີນ. ໃນການພົບປະດັ່ງກ່າວ,  ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 2 ທີ່ ສປ ຈີນ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດອັນສໍາຄັນຮອບດ້ານ ຂອງປະຊາຊົນຈີນ ໃນພາລະກິດສ້າງສາສັງຄົມນິຍົມຕາມສີສັນພິເສດຂອງຈີນ ໂດຍສະເພາະແມ່ນການແກ້ໄຂຄວາມທຸກຍາກຂອງ ສປ ຈີນ ເຊິ່ງໄດ້ເປັນບົດຮຽນອັນປະເສີດ, ສຳຄັນໃຫ້ແກ່ຝ່າຍລາວ; ໄດ້ຢືນຢັນຄືນເຖິງທັດສະນະສະເໝີຕົ້ນສະເໝີປາຍ ຂອງພັກ,ລັດລາວໃນການເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຈີນ ທີ່ພວມນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນທັງສອງປະເທດ. ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຕີລາຄາສູງໃນໂອກາດຢ້ຽມຢາມລັດຖະກິດຄັ້ງນີ້ ສອງຝ່າຍໄດ້ລົງນາມແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ, ນຳເອົາການພົວພັນສອງຝ່າຍ ກ້າວສູ່ຈຸດສຸງອັນໃໝ່ ທັງເປັນການກຳນົດທິດທາງໃຫ້ແກ່ການພົວພັນຮ່ວມມືລາວ-ຈີນ ໃນຕໍ່ໜ້າ.

ໃນໂອກາດພົບປະດັ່ງກ່າວ, ສະຫາຍ ສີ ຈິ້ນ ຜິງ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ ທີ່ຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແລະ ສະແດງຄວາມຂອບໃຈຕໍ່ການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 2; ຕີລາຄາສູງຕໍ່ຜົນຂອງການພົບປະກັບການນໍາຂັ້ນສູງຂອງຈີນ ແລະ ຜົນການຢ້ຽມຢາມ ແຂວງຟູຈ້ຽນ ຂອງ ສະຫາຍ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ, ເຊິ່ງແຂວງຟູຈ້ຽນ ເປັນແຂວງທີ່ ສະຫາຍ ສີ ຈິ້ນ ຜິງ ເຄີຍຊີ້ນໍາ ນໍາພາຢູ່ແຂວງດັ່ງກ່າວ ເປັນເວລາເກືອບ 18 ປີ. ສະຫາຍ ສີ ຈິ້ນ ຜິງ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ການກໍ່ສ້າງສັງຄົມນິຍົມ ກໍ່ຄືບົດຮຽນ ຂອງ ສປ ຈີນ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ເນັ້ນໜັກເຖິງບົດບາດການນໍາພາຂອງພັກ ໃນພາລະກິດກໍ່ສ້າງສັງຄົມນິຍົມ.  ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ສີ ຈິ້ນ ຜິງ ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການສືບຕໍ່ຮ່ວມມືສອງຝ່າຍໃນດ້ານການເມືອງ, ເສດຖະກິດການຄ້າ, ການລົງທຶນ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ, ການແລກປ່ຽນດ້ານວັດທະນະທຳສັງຄົມ ແລະ ສິ່ງແວດລ້ອມ.

ພາຍຫຼັງການພົບປະ, ສະຫາຍເລຂາທິການໃຫຍ່ ຂອງສອງພັກ ໄດ້ຮ່ວມກັນລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ເຊິ່ງເປັນເອກະສານທີ່ມີຄວາມໝາຍຍຸດທະສາດເປັນທິດທາງໃຫ້ແກ່ການຮ່ວມມືສອງຝ່າຍໃນຕໍ່ໜ້າ. ສອງເລຂາທິການໃຫຍ່ ຍັງໄດ້ຮ່ວມເປັນສັກຂີພິຍານໃນພິທີເຊັນເອກະສານສັນຍາການຮ່ວມມືສອງຝ່າຍ ໃນຂະແໜງ ເສດຖະກິດ, ການຄ້າ, ການລົງທຶນ, ໄຟຟ້າ, ດ້ານກະສິກຳ ແລະ ອື່ນໆ ຈຳນວນ 10 ສະບັບ.

ກ່ອນໜ້ານັ້ນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ລາວ ໄດ້ພົບກັບ ສະຫາຍ ລີເຄີ້ສຽງ, ຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ສະຫາຍ ລີ ຈ້ານຊູ, ປະທານຄະນະປະຈຳສະພາ, ປະທານຄະນະປະຈຳສະພາປະຊາຊົນທົ່ວປະເທດຈີນ ແລະ ສະຫາຍ ຫວັງຮູນິງ, ຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ. ໃນການພົບປະ, ການນຳທັງສອງປະເທດຕ່າງກໍ່ໄດ້ຕີລາຄາສູງ ການພົວພັນຮ່ວມມືລະຫວ່າງ ລາວ-ຈີນ  ແລະ ໄດ້ຢືນຢັນຄືນເຖິງຄວາມສໍາຄັນໃນການຫັນເອົາຍຸດທະສາດ “ຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດຂອງລາວ ເຊື່ອມຈອດເຂົ້າກັບ ຂໍ້ລິເລີ່ມ” “ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງ ສປ ຈີນ;  ໄດ້ຖືສຳຄັນການພົວພັນຮ່ວມມືໃນດ້ານຕ່າງໆ ແລະ ໄດ້ຕີລາຄາຄືນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍ່ຄືການພົວພັນລະຫວ່າງ ສອງອົງການນິຕິບັນຍັດ ແລະ ເຊື່ອໝັ້ນວ່າ ໃນຕໍ່ໜ້າ ສະພາ ຂອງ 2 ປະເທດ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຈີນ.           .

ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ລາວ ໄດ້ຢ້ຽມຢາມແຂວງຟູຈ້ຽນ ໂດຍໄດ້ຮັບການຕ້ອນຮັບ ຂອງສະຫາຍ ຢູເວີຍກົວ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຟູຈ້ຽນ ເພື່ອແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ແນວຄິດສີຈິ້ນຜິງ ວ່າດ້ວຍການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່, ໂດຍສະເພາະແມ່ນການຢ້ຽມຢາມສະຖານທີ່ທີ່ປະສົບຜົນສໍາເລັດໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢູ່ ແຂວງ ຟູຈ້ຽນ. ພ້ອມນັ້ນ, ຄະນະຜູ້ແທນ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການເຊັນເອກະສານວ່າດ້ວຍສ້າງສາຍພົວພັນມິດຕະພາບ ລະຫວ່າງ ແຂວງຫລວງພະບາງ ກັບ ແຂວງຟູຈ້ຽນ ແລະ ເຂົ້າຮ່ວມງານວາງສະແດງສົ່ງເສີມການທ່ອງທ່ຽວລາວ ທີ່ນະຄອນຟູໂຈ; ຄະນະໄດ້ຢ້ຽມຢາມສູນກາງເຕັກໂນໂລຊີທີ່ທັນສະໄໝ, ສະຖານທີ່ປະຫວັດສາດ ແລະ ວັດທະນະທຳ ໃນນະຄອນຟູໂຈ, ນະຄອນນິງເຕີ ແລະ ນະຄອນ  ເຊັ້ຍເມິນ, ແຂວງຟູຈ້ຽນ.

ການຢ້ຽມຢາມຄັ້ງນີ້, ໄດ້ປະສົບຜົນສໍາເລັດອັນຈົບງາມ ສອງຝ່າຍໄດ້ຕົກລົງຍົກລະດັບການພົວພັນ ລາວ-ຈີນ ຂຶ້ນອີກບາດກ້າວໜື່ງຈາກການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານມາເປັນການຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃນໄລຍະໃໝ່ ເພື່ອພ້ອມກັນນຳເອົາຄວາມຜາສຸກມາໃຫ້ແກ່ປະຊາຊົນ 2 ຊາດລາວ-ຈີນ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ