Homeຂ່າວຕ່າງປະເທດປະກາດແຕ່ງຕັ້ງລາຊີນີອົງໃໝ່ແຫ່ງລາຊະອານາຈັກໄທ ພົນເອກຍິງ ສຸທິດາ ວະຊິຣາລົງກອນ ນະ ອາຍຸດທະຍາ

ປະກາດແຕ່ງຕັ້ງລາຊີນີອົງໃໝ່ແຫ່ງລາຊະອານາຈັກໄທ ພົນເອກຍິງ ສຸທິດາ ວະຊິຣາລົງກອນ ນະ ອາຍຸດທະຍາ

Published on

ຖືເປັນຂ່າວທີ່ທົ່ວໂລກກຳລັງໃຫ້ຄວາມສົນໃຈເລີຍກໍວ່າໄດ້ ເມື່ອສຳນັກຂ່າວໃນພະລາຊະສຳນັກໄທ ໄດ້ອອກປະກາດສະຖາປະນາ ສົມເດັດພະລາຊິນີ ໂດຍພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ ບະດິນເທບຍະວະຣາງກູຣ ໄດ້ມີພະຣາດຊະອົງການປະກາດສະຫຼອງພິທີ ຣາຊາພິເສກສົມຣົດກັບ ພົນເອກຍິງ ສຸທິດາ ວະຊິຣາລົງກອນ ນະ ອາຍຸດທະຍາ ຖືກຕ້ອງຕາມກົດໝາຍ ແລະ ປະເພນີທຸກປະການ.

ດັ່ງນັ້ນ ຈິ່ງມີພະຣາດຊະອົງການສະຖາປະນາ ພົນເອກຍິງ ສຸທິດາ ນະ ອາຍຸດທະຍາ ພະອັກຄະຣະມະເຫສີ ເປັນສົມເດັດພະຣາຊິນີ ສຸທິດາ ດຳລົງຕຳແໜ່ງພະອິດສະຣິຍົດ ຖານະດອນສັກແຫ່ງພະລາຊະວັງ ຕັ້ງແຕ່ມື້ອອກປະກາດແຈ້ງການເປັນຕົ້ນໄປ (ປະກາດເມື່ອວັນທີ 1 ພຶດສະພາ 2O19  ເປັນປີທີ 4 ໃນລາຊະການປັດຈຸບັນ).

 

ຮຽບຮຽໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...