ປະກົດການຈັນທະຄາດເຕັມດວງເກີດຂຶ້ນໃນຫຼາຍທະວີບ

ວັນຈັນທີ 21 ມັງກອນ 2019 ໄດ້ມີປະກົດການຈັນທະຄາດເຕັມດວງ ເຊິ່ງຈະເຫັນໄດ້ຊັດເຈນຢູ່ເຂດທະວີບເອີຣົບ, ທະວີບອາເມລິກາເໜືອ, ທາງຕະເວັນຕົກຂອງທະວີບອາຟຣິກາ, ສ່ວນທະວີບອາຊີທາງຕາເວັນອອກ ແລະ ກາງ ຈະເຫັນຈັນທະຄາດບາງສ່ວນເທົ່ານັ້ນ.

ຄວາມພິເສດຂອງປະກົດການໃນຄັ້ງນີ້ ຄືເປັນທັງຊຸບເປີມູນ ແລະ ຈັນທະຄາດເຕັມດວງ ‘super blood wolf moon’ ທີ່ໃຊ້ເວລາເປັນຊົ່ວໂມງ ແລະ  ຄັ້ງນີ້ຖືເປັນຊຸບເປີມູນທຳອິດຈາກທັງໝົດ 3 ຄັ້ງທີ່ຈະເກີດຂຶ້ນພາຍໃນປີນີ້ ຄັ້ງຕໍ່ໄປຈະເກີດຂຶ້ນໃນເດືອນກຸມພາ ແລະ ເດືອນມີນາ 2019, ຫຼັງຈາກນີ້ຕ້ອງລໍຖ້າຮອດເດືອນ ພຶດສະພາ 2021 ຈິ່ງຈະເກີດປະກົດການຈັນທະຄາດເຕັມດວງອີກຄັ້ງ.

ດວງເດືອນຈະເຄື່ອນເຂົ້າສູ່ເງົາຂອງໂລກຕອນເວລາ 10:34 ນາທີ (ຕາມເວລາບ້ານເຮົາ) ຈັນທະຄາດຈະກິນເວລາປະມານ 1 ຊົ່ວໂມງ. ແສງຕະເວັນຈະຫັກແສງໃນຊັ້ນບັນຍາກາດຂອງດວງເດືອນ ແລະ ອົງປະກອບຂອງຄື້ນແສງສີນໍ້າເງິນຈະເປັນຄື້ນສັ້ນກະຈາຍແສງໃນແບບໄປບໍ່ຮອດດວງເດືອນ ມີພຽງຄື້ນຍາວສີແດງທີ່ສາມາດຜ່ານເຂົ້າໄປໃນຊັ້ນບັນຍາກາດ ແລະ ເຮັດໃຫ້ເບິ່ງເຫັນດວງເດືອນເປັນສີແດງ ເຊິ່ງຮຽກກັນວ່າ “ເດືອນສີເລືອດ”.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: themomentum, thairath