spot_img
Homeຂ່າວທ້ອງຖິ່ນພາຍໃນ 5 ປີ ສາລະວັນ ຍຶດໄມ້ເຖື່ອນໄດ້ 5,2 ພັນແມັດກ້ອນ ແລະ ຈັບຜູ້ກະທໍາຜິດ 63 ຄົນ

ພາຍໃນ 5 ປີ ສາລະວັນ ຍຶດໄມ້ເຖື່ອນໄດ້ 5,2 ພັນແມັດກ້ອນ ແລະ ຈັບຜູ້ກະທໍາຜິດ 63 ຄົນ

Published on

5 ປີຜ່ານມາ ສາມາດຍຶດໄມ້ເຖື່ອນໄດ້ທັງໝົດ 5,2 ພັນແມັດກ້ອນ ແລະ 12,1 ກິໂລ ຂະນະທີ່ມີການດໍາເນີນຄະດີຜູ້ກະທໍາຜິດ 63 ຄົນ ໃນນັ້ນ,​ ຄົນລາວ 54 ຄົນ ແລະ ຄົນຕ່າງປະເທດ 9 ຄົນ ເຫັນໄດ້ວ່າສາລະວັນ ເປັນອີກແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ເຂັ້ມງວດຕໍ່ການຈັດຕັ້ງປະຕິບັດຄໍາສັ່ງ 15/ນຍ ໄດ້ເປັນຢ່າງດີ.

ໃນວັນທີ 18 ມັງກອນ 2019, ກອງກວດກາປ່າໄມ້ ແຂວງ ສາລະວັນ ຈັດກອງປະຊຸມໃຫຍ່ຄັ້ງທີ III ຂຶ້ນທີ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໂດຍການເປັນປະທານຂອງທ່ານ ວັງເສີດ ບຸນເອື້ອວັງສາ ຫົວໜ້າກອງກວດກາປ່າໄມ້ແຂວງ, ທ່ານ ອະນຸສັກ ຈໍາປາຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມໄດ້ສະຫຼຸບຜົນງານໃນໄລຍະ 5 ປີຜ່ານມາຄື: ບັນດາໜ່ວຍງານທີ່ກ່ຽວຂ້ອງໄດ້ສືບຕໍ່ປະຕິບັດຕາມແນວທາງນະໂຍບາຍຂອງລັດຖະບານ ພ້ອມທັງປະສານງານສົມທົບກັບພະແນກອ້ອມຂ້າງແຂວງ, ເມືອງ ແລະ ອໍານາດການປົກຄອງບ້ານ ເພື່ອກວດກາຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ດ້ວຍກົດໝາຍ, ລະບຽບການ ແລະ ນິຕິກໍາຕ່າງໆ ທີ່ຂັ້ນເທິງວາງອອກໃນແຕ່ລະໄລຍະ. ທັງນີ້, ໄດ້ອອກລາດຕະເວນສະກັດກັ້ນການລັກລອບຂຸດຄົ້ນ, ຕັດ, ຊື້-ຂາຍ, ເຄື່ອນຍ້າຍໄມ້; ເຄື່ອງປ່າຂອງດົງ, ສັດນໍ້າ, ສັດປ່າ, ພືດປ່າ; ການບຸກລຸກທີ່ດິນປ່າໄມ້ໃນ ແລະ ນອກ 3 ປະເພດປ່າ ແລະ ກວດກາຕາມຈຸດຫຼໍ່ແຫຼມຕ່າງໆ.

ນອກນັ້ນ, ຍັງໄດ້ມີການຕັ້ງຈຸດກວດກາຊັບພະຍາກອນປ່າໄມ້ລະຫວ່າງຊາຍແດນແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ດ່ານສາກົນອອກຕ່າງປະເທດ ເຊິ່ງສາມາດຍຶດໄມ້, ຄວບຄຸມພາຫະນະ ແລະ ເຄື່ອງຈັກຕັດໄມ້ ລວມບໍລິມາດທັງໝົດ 5.261,2 ແມັດກ້ອນ ແລະ 12,18 ກິໂລ, ພາຫະນະ 66 ຄັນ, ເຄື່ອງຈັກ 674 ເຄື່ອງ ແລະ ສິ້ນສ່ວນອາໄຫຼຈັກສະຕິນ 1,5 ພັນອັນ, ສາມາດກັກຍຶດສັດປ່າໄດ້ 289 ໂຕ, ຊິ້ນສ່ວນສັດປ່າ 485 ກິໂລ, ເຄື່ອງຊ໋ອດປາ 113 ໜ່ວຍ, ອາວຸດລ່າສັດ 7.005 ກະບອກ, ສໍາລັບສັດປ່າທີ່ຍຶດມານັ້ນໄດ້ມີການປ່ອຍຄືນທໍາມະຊາດ, ສັດທີ່ຕາຍ ແລະ ຊິ້ນສ່ວນສັດໄດ້ຈູດທໍາລາຍເປັນທີ່ຮຽບຮ້ອຍ. ສາມາດສັງລວມຜູ້ກະທໍາຜິດໄດ້ 63 ຄະດີ ມີຜູ້ກະທໍາຜິດທັງໝົດ 63 ຄົນ ໃນນັ້ນ, ມີຄົນລາວ 54 ຄົນ ແລະ ຄົນຕ່າງປະເທດ 9 ຄົນ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: sethakit-psx.la

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...