spot_img
Homeຂ່າວພາຍ​ໃນລາວຈັດຢູ່ທ້າຍຕາຕະລາງປະເທດທີ່ບໍ່ເອົາໃຈໃສ່ການແກ້ໄຂບັນຫາຄວາມບໍ່ເທົ່າທຽມຄົນທຸກ ແລະ ຄົນຮັ່ງ

ລາວຈັດຢູ່ທ້າຍຕາຕະລາງປະເທດທີ່ບໍ່ເອົາໃຈໃສ່ການແກ້ໄຂບັນຫາຄວາມບໍ່ເທົ່າທຽມຄົນທຸກ ແລະ ຄົນຮັ່ງ

Published on

ຈາກລາຍງານດັດຊະນີການຈັດອັນດັບຄວາມມຸ່ງໝັ້ນໃນການຫຼຸດຊ່ອງວ່າງຄວາມບໍ່ເທົ່າທຽມກັນ (The Commitment to Reducing Inequality Index-CRI) ຂອງກຸ່ມອ໊ອກແຟມ (Oxfam) ທີ່ມີການເຜີຍແຜ່ໃນທ້າຍປີຜ່ານມາ ໄດ້ຈັດອັນດັບປະເທດທີ່ເຮັດຜົນງານໄດ້ດີທີ່ສຸດໄປຈົນເຖິງອ່ອນທີ່ສຸດ ໂດຍເນັ້ນຜົນງານຂອງລັດຖະບານໃນ 3 ເລື່ອງຄື: ການໃຊ້ຈ່າຍດ້ານສັງຄົມ, ພາສີ ແລະ ສິດທິດ້ານແຮງງານ.

ປະເທດທີ່ເຮັດຜົນງານໄດ້ດີທີ່ສຸດຈາກທັງໝົດ 157 ປະເທດຄື: ດານມາກ (Denmark) ເປັນປະເທດທີ່ກ້າວໜ້າທີ່ສຸດໃນເລື່ອງນະໂຍບາຍດ້ານພາສີ, ການໃຊ້ຈ່າຍດ້ານສັງຄົມ ແລະ ການປົກປ້ອງແຮງງານ ເຊິ່ງເດນມາກປົກປ້ອງສິດທິແຮງງານຂອງແມ່ຍິງໃນການເຮັດວຽກໄດ້ດີທີ່ສຸດໃນໂລກ ສ່ວນອັນດັບທີ 2-10 ໄດ້ແກ່: ເຢຍລະມັນ (Germany), ແຟງລັງ (Finland), ໂອຕຣິດ (Austria), ນອກແວ (Norway), ແບນຊິກ (Belgium), ຊູແອດ (Sweden), ຝຣັ່ງ (France), ອຽກລັງ (Ireland), ລຸກຊໍາບວກ (Luxembourg).

ຂະນະທີ່ 10 ອັນດັບຈາກທ້າຍຕາຕະລາງໄລ່ຈາກອັນດັບທີ 157 ຫາ 148 ໄດ້ແກ່: ນິເຊຣີ (Nigeria), ອຸດສະເບກິດສະຖານ (Uzbekistan), ໄຮຕິ (Haiti), ຊາດ (Chad), ເຊຍຣາເລອອນ (Sierra Leone), ພູຖານ (Bhutan), ມາດາກາສະກາ (Madagascar), ລາວ (ຢູ່ອັນດັບ 8), ສິງກະໂປ (Singapore) ແລະ ບັງກາລາເທດ (Bangaladesh) ໂດຍປະເທດເຫຼົ່ານີ້ຂາດຄວາມເອົາໃຈໃສ່ໃນການແກ້ໄຂບັນຫາຊ່ອງວ່າງຄວາມບໍ່ເທົ່າທຽມລະຫວ່າງຄົນທຸກ ແລະ ຄົນຮັ່ງ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...