ພົບກ່ອງດຳ 1 ອັນ ຂອງເຮືອບິນໄລອ້ອນ ແອ ຢູ່ທະເລຊວາ

0
1808

ທາງການອິນໂດເນເຊຍສາມາດເກັບກູ້ກ່ອງດຳ 1 ກ່ອງ ຂອງເຮືອບິນໂດຍສານໄລອ້ອນ ແອ ອາດຈະເປັນກຸນແຈສຳຄັນໃນການໄຂປິດສະໜາທີ່ເຮືອບິນເກີດອຸບັດຕິເຫດໃນທະເລຊວາ ແລະ ອາດຈະນຳໄປສູ່ກການຄົ້ນພົບກ່ອງດຳທີ່ 2 ໃນພື້ນທີ່ແຄບລົງ ໂດຍບໍລິເວນທີ່ພົບກ່ອງດຳທຳອິດນີ້ ຈົມໃນນ້ຳເລີກປະມານ 30 ແມັດ ແລະ ຫ່າງຈາກຈຸດເຮືອບິນທີ່ເກີດເຫດໄດ້ສົ່ງສັນຍານເທື່ອສຸດທ້າຍປະມານ 500 ແມັດ.

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງຈາກາຕາ ປະເທດອິນໂດເນເຊຍ ວັນທີ 1 ພະຈິກ 2018 ກ່ຽວກັບຄວາມຄືບໜ້າຂອງການປະຕິບັດງານຄົ້ນຫາເບາະແສຖ້ຽວບິນJT 610 ຂອງສາຍການບິນໄລອ້ອນ ແອ ວ່າ ອີງຕາມ, ຄະນະກຳມະການຄວາມປອດໄຟດ້ານຄົມມະນາຄົມແຫ່ງຊາດ ຂອງອິນໂດເນເຊຍ ລາຍງານວ່າ: ທີມນັກດຳນ້ຳສາມາດເກັບກູ້ກ່ອງບັນທຶກຂໍ້ມູນການບິນໄດ້ແລ້ວ 1 ກ່ອງຈາກທັງໝົດມີ 2 ກ່ອງ ເຊິ່ງຂໍ້ມູນພາຍໃນກ່ອງນັ້ນຈະເປັນກຸນແຈສຳຄັນດອກທຳອິດ ທີ່ຈະໄຂປິດສະໜາເຫດການເຮືອບິນດັ່ງກ່າວຕົກ.

ຢ່າງໃດກໍຕາມ ໜ່ວຍງານທຸກພາກທີ່ກ່ຽວຂ້ອງຍັງເຊື່ອວ່າ ການຄົ້ນຫາເບາະແສຂອງຖ້ຽວບິນJT 610 ນັ້ນມາຖືກທາງແລ້ວ ແລະ ສະມາຊິກໃນຄອບຄົວຜູ້ເສຍເຫຍ 189 ຄົນ ໄດ້ທະຍອຍເຂົ້າພົບເຈົ້າໜ້າທີ່ ເພື່ອມອບຕົວຢ່າງດີເອັນເອໄວ້ໃຊ້ສຳຫຼັບການພິສູດເອກະລັກບຸກຄົນ. ນອກນັ້ນ, ຈະສືບຕໍ່ປະຕິບັດໃນບໍລິເວນທີ່ຄົ້ນຫາຕັ້ງແຕ່ຕົ້ນອາທິດ ຍັງມີຊີ້ນສ່ວນຮ່າງກາຍຂອງຜູ້ໂດຍສານ, ຊີ້ນສ່ວນເຮືອບິນ ແລະ ຄາບນ້ຳມັນລອຍຂຶ້ນຟູສູ່ໜ້ານ້ຳ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: reuters.com

ຮູບພາບຈາກ: reuters.com, bbc.com