spot_img
Homeຂ່າວຕ່າງປະເທດອີຕາລີ ພ້ອມແຈກດິນ ຖ້າພົນລະເມືອງມີລູກ 3 ຄົນ

ອີຕາລີ ພ້ອມແຈກດິນ ຖ້າພົນລະເມືອງມີລູກ 3 ຄົນ

Published on

ລັດຖະບານອີຕາລີ ປະກາດແຜນການໃຫ້ລາງວັນພໍ່ແມ່ທີ່ມີລູກຄົນທີ່ 3 ດ້ວຍການມອບທີ່ດິນໃຫ້ 1 ຕອນ ສະເພາະຄົນທີ່ເກີດລູກໃນລະຫວ່າງປີ 2019 ຫາປີ 2021 ເນື່ອງຈາກ, ເປັນວິທີການແກ້ໄຂບັນຫາຂອງປະເທດ ທີ່ກຳລັງປະເຊີນໜ້າກັບບັນຫາອັດຕາການເກີດຫຼຸດລົງຕໍ່າສຸດໃນຮອບຫຼາຍປີ.

ສຳນັກຂ່າວເອເອຟພີລາຍງານ ຈາກນະຄອນຫຼວງໂຣມ, ປະເທດອີຕາລີ ໃນວັນທີ 31 ຕຸລາ ວ່າ: ອີງຕາມຮ່າງແຜນການ ທີ່ຮ່າງຂຶ້ນ ແລະ ຢູ່ໃນຮ່າງງົບປະມານລາຍຈ່າຍສຳລັບປີໜ້າ ລັດຖະບານມອບທີ່ດິນສຳລັບການໃຫ້ກຳເນີດບຸດເປັນໄລຍະເວລາ 20 ປີ ໃຫ້ກັບພໍ່ແມ່ທີ່ມີລູກຄົນທີ່ 3 ລະຫວ່າງປີ 2019 ຫາປີ 2021 ເນື່ອງຈາກ ອີຕາລີ ມີອັດຕາການເກີດຕໍ່າທີ່ສູດໃນທະວີບເອີຣົບ.

ປີຜ່ານມາ, ມີການແຈ້ງຈົດທະບຽນການເກີດໃໝ່ປະມານ 464.000 ຄົນເຊິ່ງເປັນສະຖິຕິທີ່ຕໍ່າທີ່ສຸດ ກາຍເປັນສະຖິຕິໃໝ່ ເຮັດໃຫ້ອີຕາລີກາຍເປັນສັງຄົມທີ່ມີຜູ້ສູງອາຍຸຢ່າງຊັດເຈນ.

ທ່ານ ຈີອານ ນາຣໂຄ ເກນຕິໄນໂອ, ລັດຖະມົນຕີກະຊວງກະສິກຳ ກ່າວວ່າ: ອີຕາລີ ມີເດັກເກີດໃໝ່ໜ້ອຍລົງ ດັ່ງນັ້ນ, ລັດຖະບານ ອາດກັບຄືນສູ່ແນວໂນ້ມການເພີ່ມອັດຕາປະຊາກອນ ກະຊວງກະສິກຳ ຈະໄດ້ແຈກທີ່ດິນ ໂດຍສະເພາະໃນພື້ນທີ່ຫ່າງໄກສອກຫຼີກ.

ເຊີ່ງໄດ້ຮັບການສະໜັບສະໜູນຈາກ ທ່ານ ລໍເຣນໂຊ ຟອນຕານາ, ລັດຖະມົນຕິກະຊວງຄອບຄົວ ແຫ່ງອີຕາລີ ແຜນການນີ້, ຈະຈຳກັດສະເພາະຄູ່ສາມີພັນລະຍາທີ່ໄດ້ສົມຣົດຖືກຕ້ອງຕາມກົດໝາຍ ແລະ ຈະບໍ່ນັບເອົາຄູ່ຢູ່ກິນນຳກັນທີ່ບໍ່ໄດ້ຈົດທະບຽນສົມຣົດ ສ່ວນຊາວຕ່າງຊາດທີ່ສົນໃຈຂໍ້ສະເໜີຂອງລັດຖະບານ ຈະຕ້ອງເປັນຄົນທີ່ອາໄສຢູ່ໃນ ອີຕາລີ ຢ່າງໜ້ອຍ 10 ປີ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...