ສະຫະລັດກຽມເປີດປະມູນຊິ້ນສ່ວນອຸກາບາດຈາກດວງຈັນ

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 10 ຕຸລາ 2018 ທີ່ຜ່ານມາວ່າ ມີການເປີດປະມູນຊິ້ນສ່ວນອຸກາບາດຈາກດວງຈັນ ທີ່ໃຫຍ່ທີ່ສຸດທີ່ມະນຸດເຄີຍຄົ້ນພົບ ໂດຍການປະມູນຈະມີຂຶ້ນໃນຊ່ວງທ້າຍເດືອນນີ້ ໃນເມືອງ ບອສຕັນ ເມືອງຫຼວງຂອງລັດແມສຊາຊູເຊດສ໌ ສະຫະລັດອາເມລິກາ.

ລາຍງານລະບຸວ່າ ຊິ້ນສ່ວນດວງຈັນດັ່ງກ່າວ ຖືກຕັ້ງຊື່ວ່າ ‘Buagaba’ ຫຼື ‘The Moon Puzzle’ ມີນໍ້າໜັກພຽງ 5.5 ກິໂລກຣັມ ໂດຍຕົກລົງມາສູ່ພື້ນໂລກໃນປີ 2017 ໃນທະເລຊາຍຊາຮາຣ່າ ທະເລຊາຍທີ່ໃຫຍ່ທີ່ສຸດໃນໂລກ ໂດຍຫິນຊິ້ນນີ້ແຕກກະຈາຍອອກເປັນ 6 ສ່ວນ ແຕ່ສາມາດນຳາປະກອບກັນໄດ້ຢ່າງສົມບູນແບບ ແລະ ໄດ້ຮັບການຄາດຄະເນວ່າ ຈະສາມາດເຮັດຍອດປະມູນໄດ້ຫຼາຍກວ່າ 500.000 ໂດລາ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com
ຮູບປະກອບ: dailymail