ຝຣັ່ງນໍ້າຖ້ວມໜັກໃນຮອບ 100 ປີ! ລັດຖະບານເລັ່ງໃຫ້ຄວາມຊ່ວຍເຫຼືອ

ສະຖານະການນໍ້າຖ້ວມກະທັນຫັນເປັນວົງກວ້າງໃນພາກໃຕ້ຂອງຝຣັ່ງ ມີຄວາມຮຸນແຮງທີ່ສຸດໃນຮອບ 1 ສັດຕະວັດ ຂະນະທີ່ລັດຖະບານເລັ່ງລະດົມຄວາມຊ່ວຍເຫຼືອ.

ເມື່ອວັນທີ 16 ຕຸລາ 2018 ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງໄດ້ລາຍງານກ່ຽວກັບສະຖານະການອຸທົກກະໄພໃນພາກໃຕ້ຂອງປະເທດ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ, ໂດຍປະລິມານນໍ້າຝົນທີ່ຕົກລົງມາທຽບເທົ່າກັບຝົນຕໍ່ເນື່ອງ 7 ເດືອນ, ລະດັບແມ່ນໍ້າສາຍຫຼັກຫຼາຍສາຍໃນພື້ນທີ່ ລວມເຖິງແມ່ນໍ້າໂອດໃນແຂວງໂອດ ມີລະດັບສູງທີ່ສຸດເທົ່າທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນຮອບ 127 ປີ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews