spot_img
Homeຂ່າວທ້ອງຖິ່ນຈໍາປາສັກ ກຽມສ້າງສວນພຶກສາຊາດໃຫຍ່ສຸດໃນອາຊຽນ

ຈໍາປາສັກ ກຽມສ້າງສວນພຶກສາຊາດໃຫຍ່ສຸດໃນອາຊຽນ

Published on

ທ່ານ ວິຈິດ ແກ້ວບົວພາ  ເຈົ້າເມືອງ ເມືອງປາກຊ່ອງ ໄດ້ເຜີຍຕໍ່ຜູ້ສື່ຂ່າວໃນອາທິດຜ່ານມາວ່າ: ເມືອງປາກຊ່ອງທີ່ຂຶ້ນຊື່ວ່າຜືນແຜ່ນດິນຄໍາ ເຊິ່ງໄດ້ຮັບການພິຈາລະນາ ແລະ ວາງແຜນພັດທະນາຂະໜາດໃຫຍ່ ໂດຍກວມເອົາການສ້າງພະພຸດທະຮູບອົງໃຫຍ່ສູງ 108 ແມັດ, ສ້າງສວນພຶດສາຊາດເຕັມໄປດ້ວຍດອກໄມ້ ແລະ ພັນໄມ້ນາໆຊະນິດ, ສ້າງເປັນແຫຼ່ງທ່ອງທ່ຽວກະສິກໍາຕິດພັນກັບແຫຼ່ງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາ ເຊິ່ງທັງໝົດທີ່ກ່າວມານັ້ນແມ່ນຄວາມພະຍາຍາມຂອງລັດຖະບານ ກໍຄືອໍານາດການປົກຄອງແຂວງດັ່ງກ່າວ ເພື່ອດຶງດູດການທ່ອງທ່ຽວ ແລະ ການພັດທະນາສີຂຽວແບບຍືນຍົງ.

ພ້ອມນັ້ນ, ທ່ານ ວິຈິດ ໄດ້ກ່າວໃຫ້ຮູ້ອີກຕື່ມວ່າ: ເມືອງປາກຊ່ອງ ເປັນດິນແດນທີ່ໜ້າສົນໃຈຂອງນັກລົງທຶນທັງພາຍໃນ-ຕ່າງປະເທດ. ປັດຈຸບັນ, ມີ 74 ໂຄງການລົງທຶນຈາກພາກສ່ວນທັງພາຍໃນ ແລະ ຕ່າງປະເທດເຂົ້າໄປລົງທຶນພາຍໃນເມືອງດັ່ງກ່າວ. ໃນນັ້ນ, ເນື້ອທີ່ປູກກາເຟມີ 45.000 ເຮັກຕາ, ເນື້ອທີ່ປູກພືດຜັກ 1.700 ເຮັກຕາ ແລະ ດິນອີກຈໍານວນໜຶ່ງທີ່ໄດ້ສະຫງວນໄວ້ເປັນແຫຼ່ງທ່ອງທ່ຽວ ລວມທັງວຽກບຸລິມະສິດຂອງເມືອງ.

ໃນປີ 2017 ຜ່ານມາມີນັກທ່ອງທ່ຽວປະມານ 189.000 ຄົນ ເຂົ້າມາຢ້ຽມຢາມ ແລະ ສໍາຜັດອາກາດໜາວ ໃນ 37 ແຫຼ່ງທ່ອງທ່ຽວທີ່ໂດ່ງດັງຂອງເມືອງປາກຊ່ອງ. ຢ່າງໃດກໍດີ, ປະຊາຊົນໃນເມືອງປາກຊ່ອງ ມີຊີວິດດີຂຶ້ນເປັນກ້າວໆນັ້ນຍ້ອນການເຮັດສວນກາເຟ ແລະ ປູກພືດປ້ອນຕະຫຼາດພາຍໃນ-ຕ່າງປະເທດ ໂດຍສະເພາະກາເຟລາວໄດ້ສົ່ງອອກໄປປະເທດສະມາຊິກອາຊຽນ, ຍີ່ປຸນ, ສ.ເກົາຫລີ, ອາເມລິກາ, ເອີຣົບ ແລະ ປະເທດອື່ນໆ, ສ່ວນພືດຜັກກໍສົ່ງເຂົ້າໄປຕະຫລາດໄທ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...