ໃກ້ໂລກທີ່ສຸດໃນຮອບ 15ປີ! ດາວເຄາະສີແດງເບິ່ງດ້ວຍຕາເປົ່າ ຄືນນີ້

ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດສະຫະລັດອາເມລິກາ ຫຼື ນາຊ່າ ເຜີຍລາຍລະອຽດຂອງພື້ນຜິວດາວອັງຄານ ດາວເຄາະເພື່ອນບ້ານທີ່ຢູ່ໃນລະບົບສຸລິຍະ ໂດຍເປັນພາບທີ່ໄດ້ມາຈາກຍານອາວະກາດໄວກິ້ງ ອໍບິເຕີຣ໌ (Viking Orbiters) ທີ່ຖືກສົ່ງອອກໄປສຳຫຼວດດາວອັງຄານໃນຊ່ວງປີ 1970 ເຊິ່ງວັນທີ 31 ກໍລະກົດ 2018ນີ້ ດາວເຄາະສີແດງດວງນີ້ຈະໃກ້ໂລກທີ່ສຸດໃນຮອບ 15 ປີ.