ກວດເຫັນການນຳເຂົ້ານ້ຳມັນເຊື້ອໄຟບໍ່ສອດຄ່ອງ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ

ໜັງສືພິມວຽງຈັນໃໝ່ ລາຍງານເມື່ອວັນທີ 31 ກໍລະກົດ 2018ວ່າ ບັນ­ຫາ​ການ​ສໍ້​ລາດ​ບັງ​ຫຼວງ ຍັງ​ເປັນ​ໄພ​ຂົ່ມ­ຂູ່​ແກ່​ການ​ພັດ­ທະ­ນາ​ໃນ​ປັດ­ຈຸ­ບັນ ເຊິ່ງ​ພັກ-ລັດ­ຖະ­ບານ ກໍ່​ໄດ້​ເອົາໃຈ​ໃສ່​ຢ່າງ​ຕັ້ງ­ໜ້າ​ເຂົ້າ​ໃນ​ການ​ຕິດ­ຕາມ ກວດ­ກາ ກວດ​ສອບ​ຢ່າງ​ເຂັ້ມ​ງວດ ເພື່ອ​ຫຼຸດ​ຊ່ອງ​ຫວ່າງ ແລະ ຫຼຸດ­ຜ່ອນ​ຜົນ​ເສຍ​ຫາຍ​ແກ່​ພາກ​ລັດ ກໍ່​ຄື ການ​ພັດ­ທະ­ນາ​ປະ­ເທດ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ໂດຍ​ສະ­ເພາະ ບັນ­ດາ​ໂຄງ­ການ​ໃຫຍ່ໆລະ­ດັບ​ຊາດ ທີ່​ທຸກ​ພາກ­ສ່ວນ​ຕ້ອງ​ເປັນ​ເຈົ້າ​ການ​ຢ່າງ​ຈິງ​ຈັງ ​ເຂົ້າ​ໃນ​ການ​ຕິດ­ຕາມ​ກວດ­ກາ​ຢ່າງ​ໃກ້­ຊິດ ເນື່ອງ​ຈາກກຸ່ມ​ຄົນ​ບໍ່​ດີ​ຈຳ­ນວນ​ໜຶ່ງ ສວຍ​ໃຊ້​ໂອ­ກາດ​ຫາ​ປະ­ໂຫຍດ​ເຂົ້າ​ຕົວ​ເອງ ເຮັດ​ໃຫ້​ລັດ​ເສຍ​ຜົນ​ປະ­ໂຫຍດ​ສູງ​ສົມ­ຄວນ.

ຕໍ່​ກັບ​ບັນ­ຫາ​ດັ່ງ­ກ່າວ ຂະ­ແໜງ­ການ​ເງິນ ໄດ້​ເປັນ​ເຈົ້າ​ການ​ກວດ­ກາ ກວດ​ສອບ ຕາມ​ພາ­ລະ​ບົດ­ບາດ​ຂອງ​ຕົນ ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ສູງ ເຊິ່ງ​ລັດ­ຖະ­ບານ ກໍ່​ຄື ກະ­ຊວງ​ການ​ເງິນ ໄດ້​ອອກ 10 ຂໍ້​ຫ້າມ​ຕໍ່​ພະ­ນັກ­ງານ-ລັດ​ຖະກອນ​ຂະ­ແໜງ­ການ​ເງິນ ແລະ ຕິດ​ຕັ້ງ​ຕູ້​ຮັບ​ຂໍ້​ສະ­ເໜີ 10 ຈຸດ ພ້ອມ​ກັບ​ເປີດ​ສາຍ​ດ່ວນ 1519 ເພື່ອ​ຮັບ​ຟັງ​ຄວາມ​ເຫັນ ຂໍ້​ສະ­ເໜີຈາກ​ປະ­ຊາ­ຊົນ​ຕໍ່​ຂະ­ແໜງ­ການ​ເງິນ ຄຽງ​ຄູ່​ກັບ​ການ​ກວດ​ສອບ​ຢ່າງ​ເຂັ້ມ​ງວດ​ໃນ​ທົ່ວ​ຂະ­ແໜງ­ການ ຜ່ານ​ການ​ກວດ­ກາ​ດັ່ງ­ກ່າວ ສາ­ມາດ​ພົບ​ເຫັນ​ການ​ລະ­ເມີດ​ລະ­ບຽບ​ກົດ­ໝາຍ​ຢູ່​ຂະ­ແໜງ​ຊັບ​ສິນ ສ່ວຍ​ສາ​ອາ­ກອນ ພາ­ສີ ຄັງ​ເງິນ​ແຫ່ງ​ຊາດ ກົມ​ຄຸ້ມ​ຄອງ ພັດ­ທະ­ນາ​ລັດ​ວິ​ສາ​ຫະ​ກິດ ແລະ ຂະ­ແໜງ​ປະ­ກັນ​ໄພ ເປັນ­ຕົ້ນແມ່ນ​ກວດ​ເຫັນ​ການ​ນຳ​ເຂົ້ານ້ຳ­ມັນ​ເຊື້ອ​ໄຟ​ຮັບ​ໃຊ້​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ ລາວ-ຈີນ ຄ້າງ IM 8 ແລະ ບໍ 53 (ຢູ່​ແຂວງ​ສະ­ຫວັນ​ນະ​ເຂດ ບໍ່​ແກ້ວ ແລະ ຫຼວງ​ນ້ຳ​ທາ ໂດຍ​ມີ​ຄ້າງ​ນ້ຳ­ມັນ 8,1 ລ້ານ​ລິດ ພາ­ຫະ­ນະ 1.116 ຄັນ ອຸ­ປະ­ກອນ​ຮັບ​ໃຊ້​ທາງ​ລົດ­ໄຟ ແລະ ອື່ນໆ​ອີກ 1.095 ຊຸດ) ພ້ອມ​ນັ້ນ ໃນ​ຂະ­ແໜງ​ອື່ນ​ໄດ້​ກວດ​ເຫັນ​ບັນ­ຫາ​ການ​ປອມ​ແປງ​ເອ­ກະ­ສານ ເກັບ​ເງິນ​ແລ້ວ​ບໍ່​ມອບ ມອບ​ບໍ່​ຄົບ​ຖ້ວນ ມີ​ການ​ສົມ­ຮູ້​ຮ່ວມ​ຄິດ​ກັບ​ຜູ້​ປະ­ກອບ​ການ ບັນ­ຫາ​ການ​ຈ່າຍ​ເງິນ​ລ່ວງ​ໜ້າ​ໃນ​ລະ­ບົບ​ຄັງ​ເງິນ​ບໍ່​ຖືກ­ຕ້ອງ ແລະ ຈ່າຍ​ນອກ​ແຜນ ເປັນ­ຕົ້ນ ເຊິ່ງ​ເຮັດ​ໃຫ້​ລາຍ​ຮັບ-ລາຍ​ຈ່າຍ​ງົບ­ປະ­ມານ​ຕົກ­ເຮ່ຍ​ເສຍ​ຫາຍ ຈຳ­ນວນ 11 ຕື້​ກີບ ເກັບ​ກູ້​ຄືນ​ໄດ້​ແລ້ວ 2,6 ຕື້​ກີບ ໂດຍ​ມີ​ພະ­ນັກ­ງານ​ຂະ­ແໜງ­ການ​ເງິນ​ມີ​ສ່ວນ​ພົວ­ພັນ​ກ່ຽວ­ຂ້ອງ ແລະ ຖືກ​ສອບ​ສວນ ຈຳ­ນວນ 13 ຄົນ.

 

ແຫລ່ງຂ່າວ: vientianemai.net