Homeຂ່າວຕ່າງປະເທດຄົ້ນພົບທະເລສາບໃຫຍ່ ກ້ອງຊັ້ນນໍ້າກ້ອນເທີງດາວອັງຄານ

ຄົ້ນພົບທະເລສາບໃຫຍ່ ກ້ອງຊັ້ນນໍ້າກ້ອນເທີງດາວອັງຄານ

Published on

ສຳນັກຂ່າວ AFP ລາຍງານຈາກເມືອງແທມປາ, ປະເທດສະຫະລັດອາເມລິກາ ເມື່ອວັນທີ 26 ກໍລະກົດ ວ່າທີມນັກວິໄຈໃນໂຄງການຍານສຳຫລວດອະວາກາດ Mars Express ຂອງອົງກອນອະວາກາດເອີຣົບ ESA ເຜີຍຜົນການຄົ້ນພົບໃນວາລະສານວິທະຍາສາດໄຊແອນສ໌ ລະບຸເຖີງການຄົ້ນພົບທະເລສາບຂະຫນາດໃຫຍ່ກ້ອງຊັ້ນນໍ້າກ້ອນເທີງດາວອັງຄານ ບົ່ງຊີ້ເຖີງການມີຢູ່ຂອງນໍ້າ ແລະ ອາດຮວມໄປເຖິງສີ່ງທີ່ມີຊີວິດອີກດ້ວຍ.

ການຄົ້ນຫາແມ່ນນໍາໃຊ້ອຸປະກອນເຣດ້າທີ່ໃຊ້ຢັ່ງຄວາມເລີກເອີ້ອນວ່າ ມາຣ໌ຊິດ ຫລື Mars Advanced Radar for Subsurface and Ionosphere Sounding (MARSIS) ໃນພູມຖານທີ່ເອີ້ນວ່າ ‘ ພຣານຸມ ເອົາສຕາເລ’ (Planum Australe) ທີ່ບໍລິເວນຊັ້ນຂົ້ວນໍ້າກ້ອນທາງຕອນໃຕ້ຂອງດາວອັງຄານ ລະຫວ່າງເດືອນ ພຶດສະພາ ປີ 2012 ຫາ ເດືອນ ທັນວາ 2015, ຂໍ້ມູນ 29 ຊຸດຊ່ວຍໃຫ້ນັກວິທະຍາສາດສາມາດຮ່າງແຜນທີ່ຂອງທະເລສາບກ້ອງຊັ້ນນໍ້າກ້ອນໄດ້.

ທະເລສາບດັ່ງກ່າວມີຄວາມກ້ວາງປະມານ 20 ກິໂລແມັດ ເປັນແຫລ່ງນໍ້າທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີການຄົ້ນພົບເທີງດາວອັງຄານ ຢູ່ເລິກລົງໄປຈາກຊັ້ນພື້ນຜິວນໍ້າກ້ອນຂອງດາວອັງຄານປະມານ 1,6 ກິໂລແມັດ ແລະ ຄາດວ່າມີຄວາມເລິກປະມານ 1 ແມັດ, ແຕ່ບໍ່ສາມາດລະບຸໄດ້ວ່າມີຄວາມຍາວເທົ່າໃດ ຊື່ງຂໍ້ມູນເຣດ້າທີ່ປະກົດມີລັກສະນະຄ້າຍຄືກັນກັບທະເລສາບໃຕ້ດິນທີ່ພົບໃນກ້ອງຊັ້ນນໍ້າກ້ອນໃນແອນຕາກຕິກ ແລະ ກີນແລນ ເທີງໂລກ.

ຢ່າງໃດກໍຕາມ ກ່ຽວກັບຄຳຖາມທີ່ວ່າເຄີຍມີການກໍ່ຕົວຂອງສີ່ງທີ່ມີຊີວິດໃນທະເລສາບແຫ່ງນີ້ ແລະ ມັນຍັງຄົງຢູ່ມາຈົນເຖີງປະຈຸບັນຫລືບໍນັ້ນ ຍັງຄົງເປັນປະເດັນທີ່ຍັງບໍ່ລົງຕົວ ດ້ວຍສະພາບປະຈຸບັນ, ຊື່ງຜູ້ຊ່ຽວຊານສົງໄສເຖີງຄວາມເປັນໄປໄດ້ ເພາະເຊື່ອວ່ານໍ້າຈະມີອຸນຫະພູມທີ່ເຢັນຈັດ ແລະ ມີປະລິມານຄວາມເຂັ້ມຂອງເກືອ ແລະ ແຮ່ທາດໃນລະດັບສູງ, ອຸນຫະພູມຄາດວ່າຈະຢູ່ຕໍ່າກວ່າຈຸດເຍືອກແຂງຂອງນໍ້າບໍລິສຸດຫລາຍ. ຂະນະດຽວກັນການທີ່ນໍ້າຍັງຄົງສະພາບເປັນຂອງແຫລວພາຍໃຕ້ສະພາວະນີ້ໄດ້ ຈຳເປັນຕ້ອງມີສ່ວນຜະສົມຂອງໂຊດຽມ, ແຄວຊຽມ ແລະ ແມກນີຊຽມ.

 

 

ແຫລ່ງຂ່າວຕ່າງປະເທດ: TDN&AFP

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...