ສະໜາມໄຊຖ້ວມໜັກ ມີຂ່າວຄົນສູນຫາຍນັບ 100 ລັດຖະບານປະກາດເປັນເຂດໄພພິບັດ

ກາງຄືນວັນທີ 23 ກໍລະກົດ 2018 ລະດັບນໍ້າໃນແມ່ນໍ້າເຊປຽນເພິ່ມລະດັບຂຶ້ນຢ່າງໄວວາ ຍ້ອນວ່າສັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ເຮັດໃຫ້ມວນນໍ້າ 5,000 ລ້ານໂຕນ ໄຫຼລົງສູ່ເຂດລຸ່ມເຂື່ອນ ອັນມີ 5 ຕົວເມືອງໃນແຂວງອັດຕະປືຖືກກະທົບໜັກ ໂດຍສະເພາະແມ່ນເຂດເມືອງສະໜາມໄຊ ເຮັດໃຫ້ປະຊາຊົນໜີນໍ້າບໍ່ທັນ ປະຊາຊົນທີ່ສຸຂະພາບແຂງແຮງຈະປິນຂຶ້ນຢູ່ຫຼັງຄາເຮືອນ ຫຼືຢູ່ຕາມຕົ້ນໄມ້ເພື່ອໜີໄພນໍ້າຖ້ວມ.

ໃນຂະນະທີ່ຂ່າວຢ່າງບໍ່ເປັນທາງການຈາກທ້ອງຖິ່ນລາຍງານວ່າ ມີປະຊາຊົນສູນຫາຍຈາກການໜີນໍ້າບໍ່ທັນບໍ່ຕໍ່າກວ່າ 100 ຄົນແລ້ວ. ຂະນະດຽວກັນ ລັດຖະບານກໍໄດ້ອອກແຈ້ງການໃນວັນທີ 24 ກໍລະກົດ ມື້ນີ້ ໃຫ້ເຂດປະສົບໄພດັ່ງກ່າວ ເປັນເຂດໄພພິບັດສຸກເສີນລະດັບຊາດ ແລະເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນຢ່າງເຕັມທີ່.

ໃນຂະນະທີ່ອີກດ້ານໜຶ່ງ, ກົມອຸຕຸນິຍົມແລະອຸທົກກະສາດໄດ້ລາຍງານວ່າ ຈະມີພາຍຸຝົນຢູ່ຕື່ມອີກ ນັບແຕ່ວັນທີ 23-29 ກໍລະກົດ 2018 ເຊິ່ງອາດຈະເຮັດໃຫ້ລະດັບນໍ້າຍັງສືບຕໍ່ສູງຂຶ້ນເລື້ອຍໆ.

1 COMMENT

  1. ຂໍໃຫ້ເງີນບໍລິຈາກຮອດຄອດຄົວທີ່ໄດ້ຮັບຜົນກະທົດ

Comments are closed.