Homeຂ່າວທ້ອງຖິ່ນບໍລິສັດ ເບຍລາວສະຫຼອງຄົບຮອບ 45ປີ ຄືນກຳໄລໃຫ້ກັບຜູ້ບໍລິໂພກ

ບໍລິສັດ ເບຍລາວສະຫຼອງຄົບຮອບ 45ປີ ຄືນກຳໄລໃຫ້ກັບຜູ້ບໍລິໂພກ

Published on

ເນື່ອງໃນໂອກາດສະຫຼອງຄົບຮອບ 45ປີ ບໍລິສັດ ເບຍລາວ ນ້ຳດື່ມກາຫົວເສືອໄດ້ຈັດກິດຈະກຳຄືນກຳໄລໃຫ້ກັບຜູ້ບໍລິໂພກ, ເຊິ່ງກັບມາອີກຄັ້ງຂອງການສະສົມຝານ້ຳດື່ມພ້ອມແຈກໂຊກຄັ້ງຍິ່ງໃຫຍ່ແບບຈັດເຕັມ ການແຈກຄັ້ງນີ້ລວມມູນຄ່າຫຼາຍກວ່າ 5,000,000,000 ກີບ ຂອງລາງວັນມີຫຼາກຫຼາຍ. ພຽງແຕ່ທ່ານສະສົມຝາຄຳເພື່ອແລກຂອງລາງວັນຢ່າງຫຼວງຫຼາຍ.

ພິເສດໄປກວ່ານັ້ນທ່ານຍັງສາມາດຮ່ວມລຸ້ນໂຊກນຳພວກເຮົາເຖິງ 2ຊັ້ນກັນເລີຍ:

ໂຊກຊັ້ນທີ1: ສະສົມຝານ້ຳດື່ມເພື່ອແລກຮັບຂອງລາງວັນຕາມຕົວແທນຈຳໜ່າຍທົ່ວປະເທດ.

ສະສົມ 30 ຝາ ຮັບໄປເລີຍທັນທີ ນ້ຳດື່ມກາຫົວເສືອຕຸກໃຫຍ່ ພ້ອມບັດລຸ້ນໂຊກ ຈຳນວນ 1 ຄູປອງ

ສະສົມ 300 ຝາ ຮັບໄປເລີຍທັນທີ ຄັນຮົ່ມເບຍລາວ  ພ້ອມບັດລຸ້ນໂຊກ ຈຳນວນ 10 ຄູປອງ

ສະສົມ 1000 ຝາ ຮັບໄປເລີຍທັນທີ ເສື້ອແຈັກແກັດ ພ້ອມບັດລຸ້ນໂຊກ ຈຳນວນ 30 ຄູປອງ

ໂຊກຊັ້ນທີ2: ຂຽນຊື່,ທີ່ຢູ່,ພ້ອມເບີໂທທີ່ສາມາດຕິດຕໍ່ກັບຫາທ່ານໄດ້ລົງໃສ່ຄູປອງ ແລ້ວນຳໄປປ່ອນທີ່ກ່ອງຮັບຊິ້ນສ່ວນ ເພື່ອລຸ້ນຮັບລົດຟອດ ແລະ ສາຍຄໍຄຳ 2 ສະຫຼືງ ຈຳນວນ 100 ລາງວັນ.

ສໍາລັບການຈັບສະຫຼາກລຸ້ນຮັບລົດແມ່ນຈະຈັບກັນຢູ່ 2 ຄັ້ງຄືວັນທີ 16 ກັນຍາ 2018 ແລະ 18 ຕຸລາ 2018

ສຳລັບການຈັບສະຫຼາກສາຍຄໍຄຳແມ່ນຈະຈັບສະຫຼາກທຸກໆສອງອາທິດໂດຍທີ່ຈະເລີ່ມຈັບຄັ້ງທຳອິດແມ່ນວັນທີ 09ສິງຫາ 2018 ເປັນຕົ້ນໄປ ຕິດຕາມການຖ່າຍທອດສົດການຈັບສະຫຼາກໄດ້ທີ່https://www.facebook.com/tigerheadlaos. ຮີບຟ້າວສະສົມຝາ ແລະ ມາແລກຂອງລາງວັນນຳກັນຫຼາຍໆເດີ້.

ໝາຍເຫດ:
– ສໍາຫຼັບຝາທີ່ສາມາດແລກຄູປອງໄດ້ຕ້ອງແມ່ນຝາສີຄຳເທ່ົານັ້ນ.

– ທຸກໆວັນເສົາແລະອາທິດ ທາງນ້ຳດື່ມກາຫົວເສືອແມ່ນຈະໄດ້ຈັດບູທຂື້ນເພື່ອຄວາມສະດວກ ແລະ ງ່າຍຕໍ່ການສົ່ງຄູປອງ.

– ກິດຈະກຳເລີ່ມແລ້ວຕັ້ງແຕ່ມື້ນີ້ຈົນຮອດວັນທີ 14 ຕຸລາ 2018 ຫຼື ຈົນກວ່າຂອງລາງວັນຈະໝົດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...