Homeຂ່າວພາຍ​ໃນລັດຖະບານປະກາດເຂດນຳ້ຖວ້ມເມືອງສະໜາມໄຊ ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ

ລັດຖະບານປະກາດເຂດນຳ້ຖວ້ມເມືອງສະໜາມໄຊ ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ

Published on

ສຳນັກງານນາຍົກລັດຖະມົນຕີອອກແຈ້ງການເລກທີ 1105/ຫສນຍ ລົງວັນທີ 23 ກໍລະກົດ 2018 ປະກາດເຂດປະສົບໄພນຳ້ຖ້ວມຂອງເມືອງສະໜາມໄຊ ແຂວງອັດຕະປື ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ ພ້ອມທັງມອບໃຫ້ກະຊວງແຮງງານ ແລະ ສະວັດດີການສັງຄົມ ສົມທົບກັບກະຊວງປ້ອງກັນປະເທດ, ແຂວງອັດຕະປື ແລະ ພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເປັນໃຈກາງໃນການປະສານງານ, ລະດົມທຶນ ທ້ອນໂຮມເອົາທຶນຮອນ ແລະ ວັດຖຸປັດໄຈຈາກທຸກພາກສ່ວນຂອງລັດທັງສູນກາງ ແລະ ທ້ອງຖິ່ນ, ພາກເອກະຊົນຜູ້ປະກອບການ, ອົງການຈັດຕັ້ງສາກົນປະຈຳ ສປປ.ລາວ ແລະ ພໍ່ແມ່ປະຊາຊົນຜູ້ມີນຳ້ໃຈສັດທາ. 

ສຳລັບທຶນ ແລະ ວັດຖຸສິ່ງຂອງທີ່ລະດົມມາໄດ້ ສຳລັບຢູ່ສູນກາງໃຫ້ໄປມອບລວມສູນຢູ່ຫ້ອງການຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກົມສັງຄົມສົງເຄາະ ໂທລະສັບ 020 2222 5185 ທ່ານ ວິໄລພົງ, ຮອງຫົວໜ້າກົມສັງຄົມສົງເຄາະ), ສຳລັບທ້ອງຖິ່ນ (ນະຄອນຫຼວງ ແລະ ແຂວງ) ແມ່ນໃຫ້ໄປມອບຢູ່ຫ້ອງວ່າການປົກຄອງແຂວງ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...