ທະນາຄານ ເອຊີລີດາ ລາວ ຈຳກັດ ເປີດຕົວແອັບມືຖື ” ເອຊີລີດາ ຢູນີທີ ທັນໃຈ” ຢ່າງເປັນທາງການ

ໃນວັນທີ 25 ມິຖຸນາ 2018, ທະນາຄານ ​ເອຊີ​ລີ​ດາ ລາວ ຈຳກັດ ​ໄດ້​ປະກາ​ດເປີດ​ຕົວ​ຜະລິດ​ຕະພັນໃໝ່ “​​ເອຊີ​ລີ​ດາ ຢູນີທີທັນ​ໃຈ” ​ອອກ​ສູ່​ສາ​ທາ​ລະນະ​ຢ່າງ​ເປັນ​ທາງ​ການ ​ເຊິ່ງ​ເປັນ​ການ​ບໍລິການ​​ເທິງ​ໂທລະສັບ​ມື​ຖືປຽບ​ເໝືອນ “ ທະນາຄານ​ຢູ່​ໃນ​ກຳມືຂອງ​ທ່ານ ” ​ທີ່ຈະອຳນວຍ​ຄວາມ​ສະດວກ ​ແລະ ປອດ​ໄພ​ໃນ​ການ​ຈັດການ​ທຸລະ​ກຳ​ທາງ​ເງິນ​ປະຈຳ​ວັນ​ໃນ​ທຸກໆມື້, ທຸກ​ທີ່, ທຸກ​ເວລາ. ສາມາດ​ນຳ​ໃຊ້​ໄດ້​ທັງ​ພາສາ​ລາວ, ອັງກິດ ​ແລະ ​ເຮັດ​ທຸລະ​ກຳທາງການເງີນ​ໄດ້​ໃນ​ສະກຸນ​ເງິນ​ກີບ, ​ໂດ​ລາ​ສະຫະລັດ ​ແລະ ບາດ.

“ ຈຸດປະສົງຂອງ​ພວກ​ເຮົາ​ແມ່ນ​ການ​ໃຫ້ການ​ບໍລິການ​ທາງດ້ານ​ການ​ເງິນ​ແກ່​ປະຊາຊົນ​ທຸກ​ຄົນ ” ທ່ານ ດຣ ຮາ​ຍ ສະ​ວາຍ​, ຜູ້ອຳນວຍການ​ໃຫຍ່ ທະນາຄານ ​ເອຊີ​ລີ​ດາ ລາວ ​ກ່າວ​. “​ ເອຊີ​ລີ​ດາ ຢູນີທີ ທັນ​ໃຈ “, ດັ່ງ​ທີ່​ຮູ້ກັນ​ວ່າ “​ເອຊີ​ລີ​ດາ ທັນ​ໃຈ” ສາມາດ​ໃຊ້​ງານ​ໄດ້​ກັບ​ທຸກ​ເຄືອ​ຂ່າຍ​ໂທລະສັບ ​ແລະ ​ໃຊ້​ໄດ້​ກັບ​ໂທລະສັບ​ມື​ຖື​ທຸກ​ປະ​ເພດ. “ ເອຊີລີດາ ຢູນີທີ ທັນໃຈ ” ​ແມ່ນ​ການລວມທາງເລືອກ​ການ​ບໍລິການ​ທາງ​ການ​ເງິນ​ທັງໝົດ​ມາ​ໄວ້​ບ່ອນ​ດຽວກັນ ​ເຊິ່ງອຳນວຍ​ຄວາມ​ສະດວກ​ໃນ​ການ​ເຮັດ​ທຸລະ​ກຳ​ມື້ຕໍ່​ມື້ຜ່ານ​ໂທລະສັບ​ມື​ຖື​​ໄດ້​ທຸກ​ທີ່​​ໃນ​ທົ່ວ​ປະ​ເທດ.” ທ່ານ​ໄດ້​ລະບຸ.

“ ເອຊີລີດາ ຢູນີທີ ທັນໃຈ ” ​ປະຕິບັດ​ງານ​ໂດຍ​ພື້ນຖານ 24 ຊົ່ວ​​ໂມງ/7ວັນ ​ດ້ວຍ​ຄຸນສົມບັດ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທີ່​ຫຼາກ​ຫຼາຍ, ທະນາຄານ​​ຢັ້ງຢືນ​ວ່າ ​ເອຊີ​ລີ​ດາ ຢູນີທີ ທັນ​ໃຈ ​ໃຫ້​ທາງ​ເລືອກ​ລູກ​ຄ້າ​ໃນ​ການ​​ດາວ​ໂຫຼ​ດ​ແອັບ​ພລິກ​ເຄຊັ່ນ​ໄດ້ຕາມຄວາມ​ຕ້ອງການ​ຂອງ​ທ່ານ, ລູກ​ຄ້າ​ຍັງ​ສາມາດ​ກວດ​ຍອດ​ເງິນ​ໃນ​ບັນຊີ, ກວດ​ໃບ​ລາຍ​ງານ​ບັນຊີ​ຫຍໍ້. ​ໂອນ​ເງິນ​ລະຫວ່າງ​ບັນຊີ​ຂອງ​ຕົນ​ເອງ, ​ໂອນ​ເງິນ​ຈາກ​ບັນຊີຫາໝາຍເລກໂທລະສັບມືຖື,   ຊຳລະ​ເງິນ​ໃຫ້​ກັບ​ບຸກຄົນ​ອື່ນ, ການ​ຊຳລະ​ໃບ​ບິນ (​ໃບ​ບິນສາທາລະ​ນຸປະ​ ໂພ​ກ ​ແລະ ບັນຊີ​ອື່ນໆ) ​ນອກຈາກນີ້ຍັງມີບໍລິການ ຕື່ມ​ມູນ​ຄ່າ​ໂທ, ການ​ຊຳລະ​ຄ່າ​ສິນ​ຄ້າ ​ແລະ ບໍ​ລິ​ການຜ່ານ QR code ​ໂດຍ​ການ​ນຳ​ໃຊ້​ໂທລະສັບ​ສ່ວນ​ຕົວ​ໄດ້​ທຸກ​ເວລາ ທຸກ​ສະຖານ​ທີ່ ​ແລະ ຈະ​ມີ​ການ​ເພີ່ມການ​ບໍລິການ​ອື່ນໆອີກຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ. ໃນຄ່ຳ​ຄືນ​ນີ້ແຫ່ງການປະກາດນຳໃຊ້  “ ເອຊີລີດາ ຢູນີທີ ທັນໃຈ ” ຢ່າງເປັນທາງການ ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ລົງທະບຽນ ນຳ​ໃຊ້​ເຖິງ 5,000 ລູກ​ຄ້າ ​ແລະ ຍັງເປັນການສະດວກ​ສະບາຍ​ໃນ​ການ​ຊຳລະກັບ 177 ຮ້ານ​ຄ້າຜ່ານ QR code ແລະ ຈະ​ມີ​ການ​ເພີ່ມການ​ບໍລິການ​ອື່ນໆອີກຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າໃນໄລຍະຕໍ່ໄປ.

ໃນ​ການ​ເປັນ​ທະນາຄານ​ທີ່ຂະຫຍາຍຕົວຢ່າງ​ໄວ​ວາ​ ທ່າມກາງ​​ເສດ​ຖະກິດ​ທີ່ກຳລັງ​ມີ​ການ​ພັດທະນາ​ຢ່າງ​ໄວວາ​ນັ້ນ, ພວກ​ເຮົາກຳລັງ​  ມ​ອງຫາ​ຮູບ​ແບບການ​ບໍລິການ​​​ເທິງ​ໂທລະສັບ​ມື​ຖື​ ແລະ ການ​ຊຳລະ​ແບບ​ຄົບ​ວົງ​ຈອນ, ພວກ​ເຮົາ​ຕ້ອງກາ​ນຮັບປະກັນ​ວ່າການ​ບໍລິການ​ທາງ​ໂທລະສັບ​ມື​ຖືຂອງ​ພວກ​ເຮົາສາມ​າດນຳ​ໃຊ້​ໄດ້​ຫຼາຍ​ຮູບ​ແບບ, ມີ​ຄວາມ​ປອດ​ໄພ​ໃນ​ການ​ນຳ​ໃຊ້ ​ແລະ ​ໃຫ້​ຄວາມ​​ໄວ້​ວາງ​ໃຈ ​ແລະ ຄວາມ​ເຊື່ອໝັ້ນ​ດັ່ງ​ທີ່​ເອຊີ​ລີ​ດາ​ໄດ້​ຕັ້ງ​ໄວ້. ທ່ານ ດຣ. ຮາ​ຍ ສະ​ວາຍ,​ ຜູ້ອຳນວຍການ​ໃຫຍ່ ທະນາຄານ ​ເອຊີ​ລີ​ດາ​ ກ່າວ​ວ່າ: ” ພວກ​ເຮົາ​ຈະ​ກ້າວ​ກະ​ໂດດ​ໄປຫຼາຍ​ກວ່າ​ການ​ບໍລິການ​ແບບ​ດັ່ງ​ເດີມ​ດ້ວຍ​ການ​ໃຫ້​ລູກ​ຄ້າ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ລ່າ​ສຸດ​ຂອງ​ທະນາຄານ”

 

ກ່ຽວກັບ​ທະນາຄານ ​ເອຊີ​ລີ​ດາ ລາວ ຈຳກັ​ດ

ທະນາຄານ ​ເອຊີ​ລີ​ດາ ລາວ ຈຳກັດ​ ແມ່ນ​ທະນາຄານ​ລູກ ​ເຊິ່ງມີ​ທະນາຄານ ​ເອຊີ​ລີ​ດາ ມະຫາຊົນ​ ເປັນ​ບໍລິສັດ​ແມ່​ຢູ່​ປະ​ເທດ​ກຳປູ​ເຈຍ, ປະຈຸ​ບັນ​ມີ​ທັງໝົດ 41 ຫ້ອງການ​ ໃນ​ທົ່ວ​ປະ​ເທດ ​ແລະ ​ໃຫ້​ບໍລິການ​ທາງ​ດ້ານ​ການເງິນ​ພາຍ​ໃນ​ປະ​ເທດ​ມາ​ຫຼາຍກວ່າ 10 ປີ, ມາ​ຮອດ​ທ້າຍ​ເດືອນ​ພຶດສະພາ ປີ 2018 ທະນາຄານ ​ເອຊີ​ລີ​ດາ ມີ​ຍອດ​ສິນ​ເຊື່ອທັງໝົດ 115 ລ້ານ​ໂດ​ລາ​ສະຫະລັດ, ຈຳນວນ​ຜູ້​ກູ້​ຢືມ​ທັງໝົດ 32,981 ລູກ​ຄ້າ, ຍອດ​​ເງິນ​ຝາກ​ທັງໝົດຫລາຍກ່ວາ 92 ລ້ານ​ໂດ​ລາ​ສະຫະລັດ, 107,244 ບັນຊີ​, ຊັບ​ສິນ​ທັງໝົດ 158 ລ້ານ​ໂດ​ລາ​ສະຫະລັດ ​ແລະ ມີ​ພະນັກງານ​ທັງໝົດ 1,064 ຄົນ.

ທະນາຄານ​ໃຫ້​ບໍລິການທາງ​ດ້ານ​ການ​ເງິນ ​ແລະ ຜະລິດ​ຕະພັນ​ທີ່​ຫຼາກ​ຫຼາຍ​ແກ່​ລູກ​ຄ້າ​ທຸລະ​ກິດ, ອົງ​ກອນ ​ແລະ ລູກ​ຄ້າ​ລາຍ​ຍ່ອຍ​ຜ່ານ​ຫຼາຍ​ຊ່ອງ​ທ່າ​ງ. ທະນາຄານ ​ເອຊີ​ລີ​ດາ​ ເປັນ​ຜູ້​ດຳ​ເນີນ​ງານ​ໃນ​ຕະຫຼາດ​ລາຍ​ຍ່ອຍ ​ແລະ ​​ໃຫ້​ບໍລິການ​ລູກ​ຄ້າ​​​ຜ່ານ​ເຄື່ອຂ່າຍ​ຢ່າງ​ກວ້າງ​ຂວາງ, ມີຈຳນວນ 56 ຕູ້​ເອທີ​ເອັມ, ຈຳນວນເຄື່ອງຮູດບັດ 80 ເຄື່ອງ ​ແລະ ການບໍລິ​ການທີ່ທັນ​ໃຈ ສຳລັບ​​ລູກ​ຄ້າ​​ເພື່ອ​ໃຊ້ບໍລິການ​ຕໍ່ກັບທາງທະນາຄານ​ໄດ້​ທຸກ​​ມື້,ທຸກ​​ເວລາ ແລະ ທຸກ​ສະຖານ​ທີ່.