Homeຂ່າວຕ່າງປະເທດລັດຖະບານອິນເດຍຄຸມເຂັ້ມກົດໝາຍຫ້າມປລາສຕິກໃຊ້ຄັ້ງດຽວ

ລັດຖະບານອິນເດຍຄຸມເຂັ້ມກົດໝາຍຫ້າມປລາສຕິກໃຊ້ຄັ້ງດຽວ

Published on

ໃນວັນທີ 26 ມິຖຸນາ 2018, ລັດຖະບານແຫ່ງລັດມາຫະຣາສຣະ ປະເທດອິນເດຍ ໄດ້ສົ່ງເຈົ້າໜ້າທີ່ໜ່ວຍ “ຕໍ່ຕ້ານປລາສຕິກ“ ປະມານ 250 ຄົນ ລົງມະຫານະຄອນ ມຸມໄບ ເພື່ອກວດສອບຮ້ານຄ້າຕ່າງໆວ່າໄດ້ປະຕິບັດຕາມກຳນົດຂອງກົດໝາຍສະບັບໃໝ່ວ່າດ້ວຍການຫ້າມປລາສຕິກໃຊ້ຄັ້ງດຽວທີ່ມີຜົນບັງຄັບໃຊ້ໃນວັນເສົາທີ່ຜ່ານມາຫຼືບໍ່.

ກົດໝາຍດັ່ງກ່າວຫ້າມບໍ່ໃຫ້ມີການໃຊ້ປລາສຕິກປະເພດໃຊ້ຄັ້ງດຽວແລ້ວຖິ້ມ ເຊັ່ນ ຖົງຢາງ, ຕຸກຢາງ, ແກ້ວຢາງ ລວມເຖິງບ່ວງ ແລະ ສ້ອມຢາງ ທັງໃນສ່ວນຂອງຜູ້ປະກອບການ ແລະ ປະຊາຊົນທົ່ວໄປ. ຜູ້ຝ່າຝືນມີໂທດປັບ 5.000 ຣູປີ (ປະມານ 613.000 ກີບ) ສຳລັບຄວາມຜິດຄັ້ງທຳອິດ ແລະ ກໍລະນີທີ່ມີການເຮັດຜິດຊໍ້າໆມີໂທດປັບສູງສຸດ 25.000 ຣູປີ (ປະມານ 3.065.000 ກີບ) ຫຼື ຈໍາຄຸກ 3 ເດືອນ.

ເຈົ້າໜ້າທີ່ເຜີຍວ່າ ໃນໄລຍະເວລາ 3 ມື້ທີ່ຜ່ານມາ ໄດ້ມີການກວດສອບຮ້ານຄ້າຫຼາຍກວ່າ 8.000 ຮ້ານໃນມຸມໄບ, ປັບເງິນຜູ້ຝ່າຝືນໄດ້ແລ້ວ 660.000 ຣູປີ (ປະມານ 80.900.000 ກີບ) ແລະ ຍຶດປລາສຕິກໄດ້ຢ່າງຕໍ່າ 700 ກິໂລກຣາມ. ກົດໝາຍນີ້ຖືກປະກາດໃຫ້ປະຕິບັດຕັ້ງແຕ່ 3 ເດືອນກ່ອນ ເພື່ອໃຫ້ປະຊາຊົນ ແລະ ພາກທຸລະກິດໃນລັດມະຫາຣາສຣະກຽມຕົວ.

ບັນດາຜູ້ຄ້າລາຍຍ່ອຍກ່າວວ່າ ມາດຕະການນີ້ກະທົບຕໍ່ວິຖີຊີວິດຂອງພວກເຂົາ. ຄວາມສັບສົນເລື່ອງປະເພດຂອງປລາສຕິກທີ່ໄດ້ຮັບ ຫຼື ບໍ່ໄດ້ຮັບອະນຸຍາດໃຫ້ໃຊ້ ເຮັດໃຫ້ຮ້ານຂາຍເຄື່ອງແຫ້ງຈໍານວນຫຼາຍເລືອກທີ່ຈະປິດຮ້ານ ລະງັບການຂາຍຊົ່ວຄາວ ເນື່ອງຈາກວ່າຢ້ານຈະຖືກປັບໄໝ. ທາງດ້ານສະມາຄົມຜູ້ຜະລິດຖົງຢາງແຫ່ງອິນເດຍກ່າວວ່າ ກົດໝາຍລັກສະນະນີ້ຈະເຮັດໃຫ້ພະນັກງານໃນອຸດສະຫະກຳການຜະລິດປລາສຕິກຖຶກຖອດຖອນອອກຈາກວຽກປະມານ 300.000 ຄົນ.

ລັດສ່ວນໃຫຍ່ໃນອິນເດຍຈາກທັງໝົດ 29 ລັດ ມີກົດໝາຍວ່າດ້ວຍການຫ້າມໃຊ້ປລາສຕິກປະເພດໃຊ້ເທື່ອດຽວແລ້ວຖິ້ມ ບໍ່ວ່າຈະເປັນການຫ້າມໂດຍສິ້ນເຊີງ ຫຼື ຫ້າມພຽງບາງສ່ວນ ແຕ່ກໍມັກມີຊ່ອງວ່າງໃນການບັງຄັບໃຊ້ກົດໝາຍ. ທ່ານ ນະເຣນທຣາ ໂມດີ, ນາຍົກລັດຖະມົນຕີແຫ່ງອິນເດຍໄດ້ໃຫ້ຄໍາຍືນຍັນວ່າ ອິນເດຍຈະຕ້ອງປາສະຈາກການໃຊ້ປລາສຕິກແບບໃຊ້ເທື່ອດຽວແລ້ວຖິ້ມພາຍໃນປີ 2022.

ແຫຼ່ງຂ່າວ: ສຳນັກຂ່າວເອເອັບຊີ ແລະ ໄທຣັດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...