ປູຕິນຈັດລາຍການສົດຖາມ-ຕອບປະຊາຊົນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສໂກ ປະເທດຣດເຊຍ ເມື່ອວັນທີ 8 ມິຖຸນາ 2018ວ່າ ປະທານາທິບໍດີ ວາລາດິເມຍ ປູຕິນ ກ່າວໃນລາຍການຖາມ-ຕອບ ສົດທາງສະຖານີໂທລະພາບແຫ່ງໜຶ່ງ ເມື່ອວັນພະຫັດທີ່ຜ່ານມາວ່າ ກອງທັບຣັດເຊຍຍັງຄົງປະຕິບັດໜ້າທີ່ຢູ່ໃນຊີເຣຍ ຕາບໃດທີ່ເປັນໄປເພື່ອການຮັກສາຜົນປະໂຫຍດຂອງຣັດເຊຍ ແລະ ເພື່ອໃຫ້ບັນລຸພາລະກິດລະຫວ່າງປະເທດ ຢ່າງໃດກໍ່ຕາມ ປູຕິນຢືນຢັນວ່າ ຣັດເຊຍບໍ່ໄດ້ກໍ່ສ້າງສິ່ງປຸກສ້າງໃນໄລຍະຍາວໄວ້ໃນຊີເຣຍ ໝາຍຄວາມວ່າການຖອນກຳລັງທະຫານສາມາດເກີດຂຶ້ນໄດ້ພາຍໃນເວລາສັ້ນໆ ໂດຍບໍ່ສ້າງຄວາມສູນເສຍ ທັງນີ້ ຜູ້ນຳຣັດເຊຍເຄີຍປະກາດເມື່ອເດືອນ ທັນວາ 2017ວ່າ ເລື່ອງການຖອນອຸປະກອນ ແລະ ກຳລັງທະຫານ “ບາງສ່ວນ” ອອກຈາກຊີເຣຍ ເນື່ອງຈາກພາລະກິດ “ສຳເລັດລຸລ່ວງ”

ປູຕິນໄດ້ກ່າວເຖິວໂຄງການພັດທະນາຂີປະນາວຸດໄຮເປີໂຊນິກທີ່ມີຄວາມໄວກວ່າສຽງເຖິງ 20 ເທົ່າ ວ່າຈະເຂົ້າປະຈຳການໃນກອງທັບຣັດເຊຍພາຍໃນປີໜ້າ ແລະ ຢືນຢັນວ່າຣັດເຊຍຍັງຄົງເປັນພາຄີຂອງສະມາຊິກສັນຍາວ່າດ້ວຍອາວຸດນິວເຄຣຍພິໄສກາງ (ໄອເອັນເອຟ) ແລະ ໃນຂະນະດຽວກັນຜູ້ນຳຣັດເຊຍຍັງໄດ້ກ່າວເຖິງບັນຫາຢືດເຢື້ອກັບຢູເຄນ ວ່າ ຫາກລັດຖະບານເຄຍຟ໌ ເຄື່ອນໄຫວທາງການທະຫານໃນພາກຕະເວັນອອກຂອງປະເທດ ໃນຊ່ວງການແຂ່ງຂັນບານໂລກທີ່ກຳລັງຈະເກີດຂຶ້ນໃນຣັດເຊຍ “ຢູເຄນຈະຕ້ອງເສຍໃຈ” ແລະ ເຜີຍວ່າເຂົາໄດ້ອະນຸມັດສັນຊາດຣັດເຊຍໃຫ້ກັບຍິງສາວຊາວຢູເຄນທີ່ສູນເສຍມື ແລະ ຂາຂ້າງໜຶ່ງ ຈາກເຫດລະເບີດໃນຊີເຣຍ ການຫຼຸດພາສີບັດໂດຍສານທ້ຽວບິນລະຫວ່າງນະຄອນຫຼວງມອສໂກ ກັບພມມິພາກຕະເວັນອອກກາງ ແລະ ຊ່ວຍເຫຼືອປະຊາຊົນເລື່ອງລາຄານ້ຳມັນແພງ ຮວມທັງການຍົກລະດັບສັກກະຍາພາບຂອງໂຄງການອາວະກາດຣັດເຊນ ແລະ ເຕືອນບັນດານັກທຸລັກິດຊາວຣັເຊຍວ່າບໍ່ຄວນນຳຊັບສິນໄປເກັບໄວ້ໃນຕ່າງແດນ