spot_img
Homeຂ່າວຕ່າງປະເທດນາຊ່າ (NASA) ພົບສີ່ງທີ່ມີຊີວິດວັດຖຸບູຮານ ແລະ ກ໊າສເມຕານປິດສະຫນາເທີງດາວອັງຄານ

ນາຊ່າ (NASA) ພົບສີ່ງທີ່ມີຊີວິດວັດຖຸບູຮານ ແລະ ກ໊າສເມຕານປິດສະຫນາເທີງດາວອັງຄານ

Published on

ອົງກອນບໍລິຫານການບິນ ແລະ ອະວາກາດແຫ່ງຊາດສະຫະລັດ ຫລື ນາຊ່າ (NASA) ປະກາດການຄົ້ນພົບລ່າສຸດຂອງເຄື່ອງບິນອະວາກາດຄິວຣິອໍຊິຕີ້ ຊື່ງໄດ້ຮັບພາລະກິດຖືກນຳສົ່ງໃຫ້ອອກໄປສຳຫລວດດາວອັງຄານຕັ້ງແຕ່ປີ 2011 ແລະ ລົງຈອດບໍລິເວນປ່ອງພູເຂົາໄຟ ຫລື ອ່າງຂະໜາດກ້ວາງ 154 ກິໂລແມັດ, ເກລເຄເຕີ້ເທີງດາວອັງຄານ ພົບຮ່ອງຮອຍສີ່ງມີຊີວິດວັດຖຸບູຮານ ແລະ ກ໊າສເມຕານປິດສະຫນາ (ກ໊າສເມຕານເປັນສານໄຮໂດກາກໂບນິກອີ່ມຕົວປະເພດ alkane ຫລື paraffins ທີ່ໄດ້ຈາກຂະບວນການຍ່ອຍສະຫລາຍຂອງວັດຖຸ, ສີ່ງທີ່ມີຊີວິດຂອງຈຸລະຊີບແບບບໍ່ນໍາໃຊ້ອົກຊີແຊນ) ທີີ່ມີປະລິມານຄວາມໜາແໜ້ນເພີ່ມຂື້ນ ແລະ ລົດລົງຕາມລະດູການ ກໍຄືພົບເຫັນປະລິມານກ໊າສຫນາແຫນ້ນຊ່ວງຫນ້າຮ້ອນ ແລະ ຫລຸດລົງຊ່ວງສະພາວະອາກາດໜາວເຢັນ.

ການຄົ້ນພົບພາຍຫລັງຕໍ່ຈາກນີ້ແມ່ນຊ່ວຍເສີມໂອກາດການຄົ້ນພົບແຫລ່ງກຳເນີດຂອງກ໊າສເມຕານໄດ້ຫລາຍຂື້ນ ສ່ວນໂມເລກຸນຂອງສີ່ງທີ່ມີຊີວິດວັດຖຸປິດສະຫນາທີ່ຄົ້ນພົບໃຫມ່ກໍມີຂະຫນາດໃຫຍ່ກວ່າທີ່ເຄີຍພົບເທີງຫນ້າດິນຂອງດາວອັງຄານກວ່າ 100 ເທົ່າ

ການຄົ້ນພົບລ່າສຸດຂອງເຄື່ອງບິນອະວາກາດຄິວຣິອໍຊິຕີ້ເປັນທີ່ນ່າສົນໃຈຍີ່ງ ແລະ ຊ່ວຍເພີ່ມການຢືນຢັນຫລັກຖານການເຄີຍມີຢູ່ຂອງນໍ້າ ເຊີ່ງຫມາຍເຖີງທະເລສາບພາຍໃນອ່າງເກຣເຄເຕີຣ໌ ທີ່ຄັ້ງຫນື່ງອາດເຄີຍມີສີ່ງທີ່ມີຊີວິດອາໄສຢູ່ ຂະນະນີ້ຍັງບໍ່ມີຫລັກຖານຢືນຢັນແນ່ຊັດ ຕ້ອງອາໄສການສຶກສາ ແລະ ກວດສອບອີກຫລາຍຢ່າງ. ເຈົ້ົາຫນ້າທີ່ອົງການນາຊາຄົນຫນື່ງເຜີຍວ່າ ການຄົ້ນພົບສີ່ງໃຫມ່ໆເທີງດາວອັງຄານຖືວ່າເປັນການໃຫ້ທຸກຝ່າຍເດີນຫນ້າຄົ້ນຫາຫລັກຖານຂອງສີ່ງທີ່ມີຊິວິດເທີງດາວອັງຄານຕໍ່ໄປ ແລະ ໝັ້ນໃຈວ່າພາລະກິດທີ່ກຳລັງເຮັດຢູ່ນັ້ນ ທີ່ວາງແຜນໄວ້ຈະປົດລັອກການຄົ້ນພົບຄັ້ງສຳຄັນເທີງດາວອັງຄານນີ້ຫລາຍຂື້ນ.

 

 

 

ຮູບພາບອ້າງອີງຈາກ: Twitter @MarsCuriosity ແລະ @NASA

ແຫລ່ງຂ່າວຕ່າງປະເທດ: TNA

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...