ປະທານອົງການ ຕ້ານການສໍ້ລາດບັງຫຼວງແຫ່ງຊາດລາວ ຢືນຢັນຈະເປີດເຜີຍຄະດີສໍ້ລາດບັງຫຼວງໃນລາວ

ປະທານອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ລາວ ຢືນຢັນວ່າ ຈະເຜີຍແຜ່ກໍລະນີ ຫຼື ຄະດີທຸຈະລິດຄໍຣັບຊັນ ໃນວົງການພັກ-ລັດອອກສູ່ການຮັບຮູ້ຂອງປະຊາຊົນລາວຢ່າງກວ້າງຂວາງ.

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການ ກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຖະແຫຼງຢືນຢັນວ່າຄະນະກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ມີມະຕິຕົກລົງ ແລະ ມອບໝາຍໃຫ້ອົງການກວດກາພັກ-ລັດເປັນພາກສ່ວນທີ່ຮັບຜິດຊອບໃນການພິຈາລະນາ ກ່ຽວກັບ ການນຳສະເໜີ ແລະ ເຜີຍແຜ່ກໍລະນີ ຫຼື ສໍ້ລາດບັງຫຼວງຂອງບັນດາພະນັກງານພັກ-ລັດອອກສູ່ການຮັບຮູ້ຂອງປະຊາຊົນ ລາວຢ່າງກວ້າງຂວາງໂດຍຜ່ານເຄືອຂ່າຍສື່ມວນຊົນໃນທົ່ວປະເທດ ແຕ່ວ່າຈະມີການຍົກເວັ້ນບາງກໍລະນີ ຫຼື ຄະດີທີ່ຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ.

ທັງທີ່ໂດຍອົງການກວດກາລັດຖະບານ ລາຍງານວ່າ ໄດ້ກວດພົບໂຄງການນອກແຜນການຂອງລັດຖະບານ ໃນສົກປີ 2017 ຈຳນວນ 285 ໂຄງການທີ່ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາ
ສັກ, ອັດຕະປື ແລະ ວຽງຈັນ ທີ່ມີມູນຄ່າຫຼາຍກວ່າ 4,483 ຕື້ກີບ ທີ່ມີການຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົດໝາຍໃນດ້ານງົບປະມານລາຍຮັບລາຍຈ່າຍ ແລະ ບໍ່ຜ່ານການຮັບຮອງໂດຍສະພາແຫ່ງຊາດ ຊຶ່ງຍັງບໍ່ລວມເຖິງຜົນເສຍຫາຍທີ່ເກີດຂຶ້ນ
ຈາກການລັກລອບຂົນສົ່ງໄມ້ໄປຕ່າງປະເທດໃນມູນຄ່າເກີນກວ່າ 2,407 ຕື້ກີບໃນປີ2015-2016 ຊຶ່ງການຈັດຕັ້ງປະຕິບັດໄດ້ຄືແນວນີ້ຍ່ອມຈະຕ້ອງມີການຮ່ວມມືກັນຢ່າງເປັນຂະບວນການທັງພາກສ່ວນທີ່ເປັນພະນັກງານລັດ, ນັກທຸລະກິດເອກະຊົນ
ແລະ ນັກທຸລະກິດຊາວຕ່າງຊາດທີ່ລົງທຶນຢູ່ໃນລາວ.

ອົງການກວດກາແຫ່ງລັດກໍໄດ້ລົງໂທດທາງວິໄນຕໍ່ບັນດາພະນັກງານພັກ-ລັດທີ່ກ່ຽວຂ້ອງໃນການສໍ້ລາດບັງຫຼວງຈຳນວນ 165 ຄົນໃນນີ້ກໍມີເຖິງ 38 ຄົນທີ່ຖືກສານປະຊາຊົນ ຕັດສິນລົງໂທດຈຳຄຸກໃນຄວາມຜິດ ກ່ຽວກັບ ການສໍ້ລາດບັງຫຼວງດັ່ງກ່າວ.