Homeຂ່າວຕ່າງປະເທດເຮືອຄົ້ນຫາ ຮ່າງເຮືອບິນມາເລເຊຍ MH370 ພົບກັບເຫດການຊໍ້າຮອຍທີ່ບໍ່ຄາດຄິດ

ເຮືອຄົ້ນຫາ ຮ່າງເຮືອບິນມາເລເຊຍ MH370 ພົບກັບເຫດການຊໍ້າຮອຍທີ່ບໍ່ຄາດຄິດ

Published on

ສຸດລະທຶກ ເຮືອຄົ້ນຫາ ຮ່າງເຮືອບິນມາເລເຊຍ MH370 ພົບກັບເຫດການທີ່ບໍ່ຄາດຄິດ ປະກົດການຊໍ້າຮອຍ ເຮືອຄົ້ນຫາດັ່ງກ່າວໄດ້ຫາຍໄປຈາກຈໍເຣດາ ເປັນເວລາໄດ້ 3 ມື້ແລ້ວ.

ເຮືອຄົ້ນຫາເຄື່ອງບິນໂດຍສານມາເລເຊຍ ແອລາຍ ຖ້ຽວບິນ MH370 ພົບກັບເຫດການຊໍ້າຮອຍທີ່ບໍ່ຄາດຄິດ ຫາຍໄປຈາກຈໍເຣດາໄດ້ 80 ຊົ່ວໂມງແລ້ວ ກວ່າຈະສາມາດກັບມາຕິດຕໍ່ໄດ້ ເບື້ອງຕົ້ນຍັງບໍ່ຮູ້ສາເຫດທີ່ແນ່ຊັດວ່າເປັນເພາະເຫດໃດ ຢູ່ຊື່ໆຈື່ງຫາຍໄປ ແລະ ສາມາດກັບຄືນມາຕິດຕໍ່ໄດ້ອີກຄັ້ງ.

ວັນທີ 6 ກຸມພາ 2018 ສື່ຕ່າງປະເທດລາຍງານກ່ຽວກັບເຫດການປິດສະຫນາທີ່ເກີດຂື້ນກັບເຮືອ ທີ່ອອກຄົ້ນຫາເຄື່ອງບິນໂດຍສານໂບອີ້ງ 777 ຂອງສາຍການບິນມາເລເຊຍ ແອລາຍ ຖ້ຽວບິນ MH370 ພ້ອມຜູ້ໂດຍສານ 239 ຄົນ ທີ່ຫາຍສາບສູນໄປຢ່າງລຶກລັບເປັນເວລາກວ່າ 3 ປີ. ໂດຍທາງລັດຖະບານມາເລເຊຍ ແລະ ບໍລິສັດ ໂອຊຽນ ອິນຟິນິຕີ້ ທີ່ອາສາເຂົ້າມາຊ່ວຍ ພາຍໃຕ້ຂໍ້ຕົກລົງທີ່ວ່າ ຖ້າສາມາດຄົ້ນຫາຮ່າງໄດ້ທາງລັດຖະບານຈະຈ່າຍຄ່າແຮງໃຫ້, ເຮືອຄົ້ນຫາຂອງບໍລິສັດ The Seabed Constructor (ຊີເບດ ຄອນສະຕັກເຕີ) ທີ່ຮ່ວມກັບ ບໍລິສັດ ໂອຊຽນ ອິນຟິນິຕີ້. ທັງສອງບໍລິສັດ ໄດ້ນຳໃຊ້ລະບົບ Automatic Indentification System ຫລື (AIS) ເຂົ້າໃນການຄົ້ນຫາ ແລະ ເນື່ອງຈາກວ່າລະບົບຂອງເຮືອລຳດັ່ງກ່າວໄດ້ຂາດການຕິດຕໍ່ ກ່ອນຈະສາມາດກັບມາຕິດຕໍ່ໄດ້ຕາມປົກກະຕິ.

ຂ່າວແຈ້ງວ່າ ເຖີງວ່າລະບົບ AIS ຂອງເຮືອລຳດັ່ງກ່າວຈະກັບມາແລ້ວ ແຕ່ເປັນຍ້ອນສາເຫດອັນໃດທີ່ເຮັດໃຫ້ຂາດການຕິດຕໍ່ກັບເຮືອລຳດັ່ງກ່າວເປັນເວລາເຖີງ 80 ຊົ່ວໂມງ. ປະຕິບັດການຄົ້ນຫາໃນມະຫາສະຫມຸດອິນເດຍ ຊື່ງເປັນບໍລິເວນທີ່ຄາດວ່າເປັນຈຸດຕົກ ເວັບໄຊສ໌ The Sun ແຈ້ງວ່າ ການທີ່ເຮືອຫາຍໄປຈາກຈໍເຣດາ ຍີ່ງເຮັດໃຫ້ເກີດຄວາມສົງໄສຕໍ່ກັບທິດສະດີທີ່ພົວພັນຄະດີທີ່ພົວພັນຂອງຖ້ຽວບິນ MH370 ທີ່ຫາຍໄປຢ່າງລຶກລັບເຊັ່ນນີ້.

ແຫລ່ງຂ່າວຕ່າງປະເທດ TRN

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...