ລັດຖະບານເຫັນດີໃຫ້ອວ່າຍໜີ້ສາມແຈ ພາຍໃຕ້ເງື່ອນໄຂໂຄງການໃນແຜນ

ກອງ​ປະຊຸມ​ລັດຖະບານ​ສະໄໝສາມັນ ປະຈຳ​ເດືອນ​ຕຸລາ 2017 ຈັດ​ຂຶ້ນ​ວັນ​ທີ 24-25 ຕຸລາ​ນີ້ ເຊິ່ງບັນດາ​ສະມາຊິກ​ລັດຖະບານ ແລະ ພາກສ່ວນ​ກ່ຽວຂ້ອງ​ ໄດ້ພ້ອມ​ກັນ​ພິຈາລະນາ ແລະ ຕົກລົງ​ເຫັນ​ດີ​ເປັນ​ເອກະ​ພາບ​ຫຼາຍບັນຫາ ເພື່ອ​ເປັນ​ເປົ້າ​ໝາຍ ແລະ ເປັນ​ບ່ອນ​ອີງ​ໃນ​ການຈັດຕັ້ງ​ປະຕິບັດ​ໃຫ້​ສຳເລັດ​ຕາມ​ຄາດໝາຍ​ທີ່ວາງ​ໄວ້.

ວັນ​ທີ 26 ຕຸລາ 2017 ທີ່ ​ສນຍ ທ່ານ ຈະເລີນ ເຢຍ​ປາວ​ເຮີ ລັດຖະ​ມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ທັງ​ເປັນ​ໂຄສົກ​ລັດຖະ​ບານ ໄດ້​ຖະແຫຼງ​ຂ່າວ​ກ່ຽວ​ກັບຜົນ​ກອງ​ປະຊຸມ​ດັ່ງກ່າວ​ວ່າ: ກອງປະຊຸມ​ໄດ້​ຕົກລົງ ແລະ ໃຫ້​ທິດ​ຊີ້ນຳ​ກ່ຽວ​ກັບ​ການ​ແກ້​ໄຂ​ສິ່ງ​ກີດຂວາງ ການ​ຂົນສົ່ງ​ທາງບົກ ແລະ ການ​ຄຸ້ມ​ຄອງ​ດ່ານ​ສາກົນ​ທາງບົກ​ພາຍ​ໃນ​ປະເທດ ໄດ້​ຊີ້​ນຳ​ໃຫ້ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ​ເປັນໃຈ​ກາງ​ສົມທົບ​ກັບ​ຂະແໜງ​ການ​ທີ່​ກ່ຽວຂ້ອງ ແລະ ທ້ອງຖິ່ນ​ທີ່​ມີ​ດ່ານ​ສາກົນ​ຕັ້ງ​ຢູ່ ຄົ້ນຄວ້າ​ຫາລື​ກັນ​ເພື່ອ​ກຳນົດ​ມາດຖານ​ດ່ານ​ສາກົນ ດ່ານ​ທ້ອງຖິ່ນ ແລະ ດ່ານ​ປະເພນີ​ໃຫ້​ສອດຄ່ອງກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງປະເທດ​ເຮົາ ກ່ຽວ​ກັບ​ບັນຫາ​ທີ່​ດິນເຫັນ​ດີ​ຮັບຮອງ​ດ້ານ​ຫຼັກການ ບົດລາຍ​ງານ​ຂອງ​ຄະນະ​ສະເພາະກິດ​ໃນ​ການ​ກວດກາ ສະຫຼຸບ​ຕີ​ລາຄາ ວິໄຈ​ສະພາບ​ການ​ຄຸ້ມ​ຄອງ-ນຳ​ໃຊ້​ທີ່​ດິນ​ໄລຍະ​ຜ່ານ​ມາ ຮັບຮອງ​ຮ່າງ​ແຜນ​ຈັດ​ສັນ​ທີ່​ດິນ​ແຫ່ງຊາດ ພ້ອມ​ນັ້ນ ໄດ້​ພິຈາລະນາຕົກລົງ​ເຫັນ​ດີ​ໃຫ້​ສ້າງຕັ້ງນະຄອນ​ຫຼວງ​ພະ​ບາງ ຕາມ​ການ​ສະເໜີ​ຂອງ​ເຈົ້າແຂວງ ແລະ ສະພາປະຊາຊົນ​ແຂວງ​ຫຼວງ​ພະ​ບາງ ຮ່າງ​ດຳລັດ​ວ່າ​ດ້ວຍ​ການ​ຊ່ວຍເຫຼືອ ກົດໝາຍ​ໄດ້​ຮັບຮອງ​ໂດຍຫຼັກການ ແຕ່​ມອບ​ໃຫ້​ກະຊວງ​ທີ່ກ່ຽວຂ້ອງ​ນຳໄປ​ປັບປຸງ​ເນື້ອ​ໃນຄຳ​ສັບ​ຕ່າງໆ ໃຫ້​ມີ​ຄວາມ​ຮອບຄອບຮັດກຸມ ສາມາດ​ຈຳກັດຊ່ອງ​ຫວ່າງ​ຕ່າງໆ ຮັບປະກັນ​ແກ່ການຈັດຕັ້ງ​ປະຕິບັດ​ວຽກ​ງານຕົວ​ຈິງ ​ໃຫ້​ມີ​ປະ​ສິດທິ​ຜົນ ແຜນການ​ສ້າງ ແລະ ປັບປຸງ​ກົດໝາຍ ປີ 2018 ໄດ້​ຮັບຮອງ​ເອົາ​ຕາມການ​ສະເໜີ​ຂອງ​ກະຊວງ​ຍຸຕິ​ທຳ ເຊິ່ງ​ມີ​ຈຳນວນ 26 ສະບັບ ໃນ​ນີ້ສ້າງ​ໃໝ່ 13 ສະບັບ ປັບປຸງ 13 ສະບັບ ໂດຍ​ຊີ້​ນຳ​ໃຫ້​ສົມທົບ​ກັບກະຊວງ​ທີ່​ກ່ຽວຂ້ອງ​ ເພື່ອ​ກະກຽມຮ່າງ​ເນື້ອ​ໃນ​ແຕ່​ລະ​ກົດໝາຍ​ໃຫ້ລະອຽດ​ຮັດກຸມ​ແລ້ວ ​ຈັດ​ສັນ​ເຂົ້າຜ່ານ​ກອງ​ປະຊຸມ​ລັດຖະບານ​ແຕ່ລະ​ຄັ້ງ ແລະ ຈັດ​ສັນ​ເຂົ້າ​ພິ​ຈາລະ​ນາ​ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງຊາດ​ຊຸດ​ທີ IV ການ​ປັບປຸງ​ບັນ​ຍາກາດ​ດຳເນີນ​ທຸລະ​ກິດ​ຢູ່​ລາວ ຊີ້ນຳ​ໃຫ້​ກະຊວງ​ແຜນການ ແລະ ການ​ລົງທຶນ​ເປັນໃຈ​ກາງ​ສົມທົບກັບ​ກະຊວງ​ທີ່​ກ່ຽວຂ້ອງ​ຮີບ​ຮ້ອນ ກຳນົດ​ວິທີ​ການ ມາດ​ຕະການ​ແກ້ໄຂ​ຂັ້ນ ຂອດ ໄລຍະ​ເວລາ ແລະ ຄ່າ​ໃຊ້​ຈ່າຍ​ຕ່າງໆ ເພື່ອ​ເຮັດ​ໃຫ້ການ​ດຳເນີນ​ທຸລະ​ກິດ​ລວມ​ສູນຜ່ານ​ປະຕູ​ດຽວ ວ່ອງໄວ ແລະ ມີປະ​ສິດທິ​ຜົນ ເພື່ອ​ນຳ​ສະເໜີ​ຕໍ່ກອງ​ປະຊຸມ​ນາຍົກ-ຮອງ​ນາຍົກ ໃນ​ຕົ້ນ​ເດືອນ​ພະຈິກ​ພິຈາລະນາ ຕົກລົງສ່ວນ​ການ​ແກ້​ໄຂ​ໜີ້​ສິນ ດ້ວຍ​ຮູບ​ແບບ​ອວ່າຍ​ໜີ້ 3 ແຈ ເຫັນ​ດີ​ໃຫ້​ອວ່າຍ​ໜີ້ ຈຳນວນ 3.250 ຕື້​ກີບ ພາຍ​ໃຕ້​ເງື່ອນໄຂໂຄງການ​ໃນ​ແຜນ ໂຄງການ​ທີ່ຜ່ານ​ການ​ກວດກາ​ສຳເລັດ 100% ໂຄງການ​ທີ່​ຖືກ​ສະພາຮັບຮອງ ແລະ ໂຄງການ​ທີ່​ກູ້​ຢືມຈາກ​ທະນາຄານ​ທຸລະ​ກິດ ທີ່​ໄດ້ຮັບ​ການ​ຢັ້ງຢືນ​ຈາກ​ທະນາຄານທຸລະ​ກິດ ທະນາຄານ​ກາງ ໂດຍກຳນົດ​ເຂົ້າ​ໃນ​ແຜນ​ຊຳລະ​ນັບ​ແຕ່ປີ 2018 ເປັນຕົ້ນ​ໄປ ປີ​ລະ 300 ຕື້​ກີບ ພ້ອມ​ທັງ​ປະຕິບັດ​ພັນທະຕ່າງໆ​ຕາມ​ກົດໝາຍ ແລະ ໄດ້ຮັບຮອງ​ເອົາ​ດ້ານ​ຫຼັກການ ​ຮ່າງດຳລັດ​ວ່າ​ດ້ວຍ​ການ​ສົ່ງເສີມ​ການປູກ​ໄມ້​ເປັນ​ສິນຄ້າ ໄດ້​ຊີ້​ນຳ​ໃຫ້​ກະຊວງ​ກະສິກຳ ແລະ ປ່າໄມ້​ນຳໄປປັບປຸງ​ຄືນ​ໃຫ້​ລະອຽດ ຮັດກຸມ ແລະ ເຫັນ​ດີ​ໃຫ້​ປັບປຸງ​ຂໍ້​ຕົກລົງຂອງ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ​ສະບັບ 1833 ໃຫ້​ເພີ່ມ 6 ລາຍການ​ຜະລິດ​ຕະ​ພັນ​ໄມ້​ສົ່ງອອກ ແລະ ປັບ​ຂະໜາດ​ຜະລິດຕະ​ພັນ​ໄມ້​ໃນ 12 ລາຍການ ໃຫ້ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ ນອກ​ນັ້ນ ໄດ້​ຕົກລົງ​ກ່ຽວ​ກັບ​ແຜນງົບປະມານ​ຮັບ​ໃຊ້ ​ການ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາ​ຊົນ​ລາວ ຄົບຮອບ 70 ປີ ຊີ້​ນຳໃຫ້​ກະຊວງ​ປ້ອງ​ກັນ​ປະເທດ ​ນຳໄປໄລ່​ລຽງ​ບັນດາ​ກິດຈະກຳ​ໃຫ້​ລະອຽດ​ແລ້ວ​ ນຳ​ສະເໜີ​ຂໍ​ຄຳ​ເຫັນຈາກ​ກົມ​ການເມືອງ​ສູນ​ກາງ​ພັກ ເພື່ອ​ພິຈາລະນາ​ຕົກລົງ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່