Homeຂ່າວຕ່າງປະເທດອິນເດຍເປີດເສັ້ນທາງການຄ້າສູ່ອັຟການິສຖານ

ອິນເດຍເປີດເສັ້ນທາງການຄ້າສູ່ອັຟການິສຖານ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ນິວເດລີ ປະເທດອິນເດຍ ເມື່ອວັນທີ 29 ຕຸລາ ວ່າ ການຂົນສົ່ງສາລີທາງເຮືອຄັ້ງທຳອິດ ເຊິ່ງເປັນຂອງຂັວນຈາກອິນເດຍສຳລັບຊາວອັຟການິສຖານ ອອກເດີນທາງຈາກເມືອງທ່າຄັນດລາ ທາງພາກຕະເວັນຕົກຂອງອິນເດຍ ເມື່ອວັນອາທິດ ແລະ ເມື່ອຮອດທ່າເຮືອຊາບາຮາຂອງ ອິຫລ່ານກໍ່ຈະປ່ຽນຂົນຂຶ້ນລົດບັນທຸກໄປທີ່ອັຟການິສຖານ

ເສັ້ນທາງການຄ້າໃໝ່ມີຂຶ້ນຫຼັງຈາກການເປີດເສັ້ນທາງການຂົນສົ່ງທາງອາກາດ ລະຫວ່າງອິນເດຍກັບອັຟການິສຖານ ເມື່ອເດືອນ ມິຖຸນາ 2016 ເຊິ່ງເຮັດໃຫ້ສິນຄ້າຂອງຊາວອັຟການິສຖານສາມາດເຂົ້າເຖິງຕະຫຼາດອິນເດຍໄດ້ສະດວກ ແລະ ຫຼາຍຂຶ້ນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...