ລັດຖະບານຕົກລົງເຫັນດີ ໃຫ້ສ້າງຕັ້ງນະຄອນ ຫຼວງພະບາງ

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2017 ໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 24-25 ຕຸລາ 2017 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໜຶ່ງໃນຫຼາຍບັນຫາທີ່ຍົກຂຶ້ນມາປຶກສາຫາລືໃນກອງປະຊຸມດັ່ງກ່າວແມ່ນ ກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງເຫັນດີໃຫ້ສ້າງຕັ້ງນະຄອນຫຼວງພະບາງ ຕາມການສະເໜີຂອງເຈົ້າແຂວງ ແລະ ສະພາປະຊາປະຊາຊົນແຂວງຫຼວງພະບາງ. ພ້ອມກັນນີ້ ກໍ່ໄດ້ຕົກລົງດ້ານຫຼັກການ ໃຫ້ສ້າງຕັ້ງນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ ແຕ່ຕ້ອງໄດ້ໃຫ້ອຳນາດການປົກຄອງ ແລະ ສະພາປະຊາຊົນທ້ອງຖິ່ນດັ່ງກ່າວ ຮີບຮ້ອນພິຈາລະນາສະເໜີ ຕາມຂັ້ນຕອນ, ກົດໝາຍ ແລະ ລະບຽບການ ເພື່ອໃຫ້ໄດ້ປະກາດພ້ອມກັບນະຄອນຫຼວງພະບາງ.

ເຊິ່ງມາດຖານຂອງການສ້າງຕັ້ງເປັນນະຄອນ ມີ 8 ມາດຖານສຳຄັນດັ່ງນີ້:
1. ຕ້ອງ​ມີ​ພົນ​ລະ​​ເມື​ອງ 60.000 ຄົນ,
2. ຄວາມ​ໜາ​ແໜ້ນ​ຂອງ​ພົນ​ລະ​ເມືອງ 25ຄົນ/ກິ​ໂລ​ຕາ​ແມັດ ​
3. ມາດຖານ​ອາຊີບ​ກະສິກອນ ​ບໍ່​ເກີນ 25%, ​
4. ມາດຖານທາງ​ປູຢາງ-ທາງ​ເບ​ຕົງ ​ໃນ​ເທສະ​ບານ​ ກວມ 90%
5. ມາດຖານ​ຄອບຄົວ​ໃຊ້​ໄຟຟ້າ 100%,
6. ນອກນັ້ນກໍມີມາດຖານ​ການ​ໃຊ້​ນໍ້າ​ສະ​ອາດ-ນໍ້າ​ປະປາ
7. ​ດ້ານ​ງົບປະມານ ​​ກຸ້ມ​ຕົນ​ເອງ ​ໃນ​ການ​ໃຊ້​ຈ່າຍ​ປົກກະຕິ
8. ມາດຖານບ້ານ​ພັດທະນາ