Homeອຸບັດເຫດແລະປາກົດການຫຍໍ້ທໍ້ກໍ່ເຫດຊິງຊັບ ຖືກເຈົ້າໜ້າທີ່ຕິດຕາມຈັບໄດ້ທັນທີ

ກໍ່ເຫດຊິງຊັບ ຖືກເຈົ້າໜ້າທີ່ຕິດຕາມຈັບໄດ້ທັນທີ

Published on

ສະພາບການປຸ້ນຈີ້, ຊິງຊັບ ແລະ ລັກຊັບຂອງພົນລະເມືອງ ນອກຈາກມີໃຫ້ເຫັນໃນຕົວເມືອງໃຫຍ່ ແລະ ຢູ່ຕາມຊຸມຊົນທ້ອງຖີ່ນ ກໍມີໃຫ້ເຫັນແລ້ວໃນປັດຈຸບັນ, ເຊິ່ງສະແດງອອກ ໃນ​ວັນ​ທີ 18 ຕຸລາ 2017 ມີຜູ້ເສຍຫາຍເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສິງ ​ແຂວງ​ຫຼວງ​ນໍ້າ​ທາ ວ່າ: ມີໄວລຸ້ນສອງຄົນຂີ້ລົດຈັກກໍ່​ເຫດຊິງຊັບ (ໂທລະສັບ) ຢູ່​​ເສັ້ນທາງເທດສະບານເມືອງ, ຈາກນັ້ນ ເຈົ້າໜ້າທີ່ວິຊາສະເພາະຈຶ່ງຈັດກຳລັງເຂົ້າຕິດຕາມ, ຜ່ານການລົງຕິດຕາມຜູ່​ກໍ່​ເຫດປະມານ 15 ນາທີ ກໍສາມາດຈັບຕົວຜູ້ກໍເຫດໄດ້ຊື່: ທ້າວ ສົມ​ສີ ອາຍຸ 15 ປີ ຢູ່​ບ້ານ​ແດນ​ກາງ ​ເມືອງລອງ ​​ແລະ ທ້າວ ຊົວລີ ອາຍຸ 13 ປີ ຢູ່​ບ້ານ​ກາງ​ໃໝ່ ​ເມືອງ​ສິງ ​ແຂວງ​ຫຼວງ​ນໍ້າ​ທາ ພ້ອມ​ຂອງ​ກາງ ​ໂທລະສັບ 2 ​ເຄື່ອງ (​ໄອ​ໂຟນ 7 ​ແລະ ຊຳ​ຊຸງ) ມາດຳເນີນຄະດີ.

ເຈົ້າໜ້າທີ່ໜ່ວຍງານຕຳຫຼວດສຶບສວນ-ສອບສວນຄະດີອາຍາ ປກສ ເມືອງສິງ ໃຫ້ຮູ້ວ່າ: ຜ່ານການສອບ​ສວນ ທ້າວ​ສົມ​ສີ ​ສາລະພາບ​ວ່າ: ວັນທີ 18 ຕຸລາ 2017 ​ທ້າວ ສົມສີ ໄດ້​ພາ​ທ້າວ​ຊົວລີ ​ໄປ​​ຫຼິ້ນຢູ່​ເຂດ​ສວນ​ຫຼັກ​ເມືອງ ຕະຫຼາດ​ກາງຄືນ ​ເຂດ​ເມືອງ​ສິງ ພໍ​ມາ​ຮອດ​ຕໍ່ໜ້າ​ບໍລິສັດ ອີ​ທີ​ແອວ ​ເຫັນ​ຜູ້ຍິງ​ຄົນ​ໜຶ່ງຍ່າງ​ຫຼິ້ນ​ໂທລະ​ສັບ​ຢູ່​ແຄມ​ທາງຈຶ່ງ ໄດ້ບອກໃຫ້ ທ້າວ​ຊົວລີ ​​ຂັບ​ຂີ່​ລົດ​ຈັກເຂົ້າໄປຫາແລ້ວກໍລົງມືກໍ່ເຫດ​ດຶງເອົາໂທລະສັບ ພາຍຫຼັງດຶງໄດ້ໂທລະສັບແລ້ວ ພວກກ່ຽວໄດ້ຂີ່ລົດຫຼົບໜີໄປຕາມຮ່ອມຕ່າງໆພາຍ​ໃນ​ເທດສະບານ​ເມືອງໄດ້ປະມານ 15 ນາທີ ໄດ້ມີເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງສິງ​ ຂີ່ລົດຕິດຕາມສະກັດຈັບຕົວ.

ນອກນີ້, ທ້າວ ສົມສີ ຍັງສາລະພາບອີກວ່າ: ກ່ອນໜ້ານີ້ໃນວັນ​ທີ 16 ຕຸລາ 2017 ​ໄດ້​ໄປ​ຊວນໝູ່ອີກ 3 ຄົນ ຊື່ທ້າວ ທອງ, ທ້າວ ທອງ​ສຸກ ​ແລະ ທ້າວ​ຊົວລີ ​ໄດ້​ອອກ​ຈາກ​ເມືອງ​ລອງ​ ພາກັນ​ໄປ​ຫຼີ້ນ​ເທດສະບານ​ແຂວງ​ຫຼວງ​ນໍ້າ​ທາ ​ແລະ ​ໄດ້​ພັ​ກເຊົາ​ຢູ່​ເຮືອນ​ພັກ​ເຂດ​ຄິວ​ລົດ​ຕ່າງ​ແຂວງ ພໍ​ຮອດ​ເວລາ 19 ​ໂມງ​ວັນ​ດຽວ​ກັນໄດ້​ພາກັນ​​ໄປ​ຫຼິ້ນຢູ່​ບ້ານ​ຫາດ​ຍາວ ຈາກນັ້ນໝູ່​ທີ​່ມາ​ນຳ​ກັນ​ແມ່ນ​ໄດ້ໄປຫຼິ້ນນຳແຟນສາວຂອງໃຜລາວ ຈຶ່ງໄປຊວນ ທ້າວ​ ກາ​ລົງ ຄົນ​ບ້ານ​ນໍ້າ​ລ້າ ​ໄປ​ເລາະ​ລັກ​ໂທລະສັບ ເມື່ອຂີ້ລົດໄປຮອດ​ເສັນທາງ 3 ​ແຍກ ເຂດກອງ​ບັນຊາ​ການ ປກສ ​ແຂວງ ​ພົບ​ເຫັນ​ຜູ້​ຍິງຄົນ​ໜຶ່ງ ຢ່າງ​ຫຼິ້ນ​ໂທລະສັບຢູ່​​ແຄມ​ທາງ​ຜູ້​ດຽວ ຈາກ​ນັ້ນ ທ້າວ​ ກາ​ລົງ ​​ເລັ່ງລົດ​ເຂົ້າ​ໄປ​ໃກ້ ລົງມືດຶງ​ເອົາ​ໂທລະສັບແລ້ວ​ຫຼົບໜີໄປ; ​ໂທລະສັບ​ທີ່​ໄດ້​ຈາກ​ການ​ກໍ່​ເຫດ​ແມ່ນ​ເອົາ​ໄປ​ຂາຍ ​ເພື່ອ​ເອົາ​ເງິນ​ໄປ​ຊື້​ຢາ​ບ້າ​ໄປ​ເສບ ​ແລະ ຫຼິ້ນ​ກິນ​ຟຸມ​ເຟືອຍ, ປັດຈຸບັນ​ເ​ຈົ້າໜ້າ​ທີ່​ກໍາລັງ​ລວບ​ລວມຂໍ້​ມູນ​ຫຼັກ​ຖານ​ເພື່ອ​ສະ​ຫຼຸບສໍານວນ​ຄະດີ​ສົ່ງ​ໃຫ້​ໄອຍະການ​ສົ່ງ​ຟ້ອງ​ສານ​ຕາມ​ລະບຽບ​ກົດໝາ​ຍ. ​

 

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...