ນາຍົກເນັ້ນ ໃຫ້ຖືສຳຄັນໃນການປັບປຸງກົງຈັກຂອງລັດ ໃຫ້ກະທັດຮັດ

​ໃນ​ວັນ​ທີ 23 ຕຸລາ 2017 ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ຊີ້​ແຈງຕໍ່​​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ VIII, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ ນາງ​ ປານີ ຢາ​ທໍໍ່ຕູ້ ປະທານ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ບໍລິຫານ​ລັດ ​ໃນ​ທຸກຂະ​ແໜງ ການ, ອົງການ​ປົກຄອງ​ມີ​ຄຸນ​ນະພາ​ບ, ມີ​ປະສິດທິພາບ ​ແລະ ມີ​ປະສິດທິ​ຜົນ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ ​ແລະ ຜູ້​ປະກອບ​ການເຂົ້າ​ເຖິງ​ການ​ບໍລິຫານ​ລັດ ຢ່າງສະ​ດວກ​ວ່ອງ​ໄວ​ຍຸຕິ​ທຳ ​ແລະ ຖືກຕ້ອງ​ຕາມ​ກົດໝາ​ຍ ລັດຖະບານ​ຊຸດ​ນີ້, ຈຶ່ງ​ຖື​ສຳຄັນ​ໃນ​ການ​ປັງ​ປຸງ​ກົງຈັກ​ຂອງ​ລັດ​ໃຫ້​ກະທັດ​ຮັດ​ທາງ​ດ້ານ​ການຈັດ​ຕັ້ງ​ ແບ່ງ​ຄວາມ​ຮັບຜິດຊອບ ​ແລະ ມອບ​ສິດ​ອຳນາດ​ໃຫ້​ກົງຈັກ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ເພື່ອ​ໃຫ້​ປະຕິບັດ​ໜ້າ​ທີ່​ດ້ວຍ​ຄວາມ​ເປັນ​ເຈົ້າການ ​ແກ້​ໄຂ​ບັນຫາ​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ຂຶ້ນ, ບໍ່​​ໃຫ້​ເອື່ອຍ​ອີງ, ບໍ່​ໃຫ້​ຖິ້ມ​ພຸ້ນ​ຖິ້ມ​ພີ້ ລວມທັງ​ການ​ບັນຊາ​​​ວຽກ​ງານ​ທີ່​ຖືກ​ມອບ​ໝາຍ​ ດ້ວຍ​ຄວາມ​ເປັນ​ເຈົ້າການຢ່າງ​ແທ້​ຈິງ.

 ພ້ອມ​ນີ້, ທ່ານ​ ທອງລຸນ​ ສີ​ສຸ​ລິດ ​ໄດ້​ຊີ້​ແຈງ​ຕື່ມ​​ວ່າ: ​ສິ່ງ​ທີ່​ເວົ້າ​ມາ​ເຈດ​ຕະນາ​ກໍ​ຄື​ ການ​ດຳ​ເນີນ​ງານ​ຂອງ​ລັດຖະບານ ພາຍຫລັງ​ທີ່​ໄດ້​ມາ​ຮັບ​ໜ້າ​ທີ່ ​ໄດ້​ມອບ​ສິດ​ໃຫ້​ປັບປຸງ​​ກົງຈັກ​, ກົນ​ໄກ​ທີ່​ຕົນ​ນຳ​ໃຊ້, ພະນັກງາ​ນທີ່ຢູ່​ພາຍ​ໃຕ້​ການ​ບັງຄັບ​ບັນຊາ​ຂອງ​ຕົນ​ ​ເພາະວ່າ​ພະນັກງານ​ການ​ນຳ​​ ໃນຂະ​ແໜງທ້ອງ​ຖິ່ນ​ນັ້ນ ຈະ​ເປັນ​ຄົນ​ທີ່​ຮູ້​ດີ​ກ່ຽວ​ກັບ​ວຽກ​ງານ ​ແລະ ບຸກຄະລາ​ກອນທີ່​ຕົນ​ນຳ​ໃຊ້​ຢູ່, ​ເຊິ່ງລັດຖະບານ​ໄດ້​ຕິດຕາມ​ກວດກາ​ຊີ້​ນຳ​ຢ່າງ​ໃກ້ຊິດ ​ແລະ ​ໄດ້​ອອກ​ມະຕິ​ຄຳ​ສັ່ງ​ທາງ​ການ ​ໃຊ້​ບັນດາ​ກົງຈັກ​ຕິດຕາມ​ກວດກາ​ໃນ​ການ​ປະຕິບັດ​ໜ້າ​ທີ່​ ຂອງ​ຂະ​ແໜງ​ການ​ທ້ອງ​ຖິ່ນ​ຢ່າງ​ເປັນ​ປະຈຳ ​ແລະ ເຫັນໄດ້ຫ​ລາຍ​ຈຸ​ດຍັງອ່ອນ​, ຂໍ້ຄົງຄ້າງ​ບໍ່​ທັນ​ບຸກທະລຸ​ໄດ້. ສັງ​ລວມ​ໄດ້ ​ຄື: ກົງຈັກ​ຍັງ​ມີ​ການ​ເກະ​ກະ ບໍ່​ທັນ​ກະທັດຮັດ​, ​ຮັດກຸມ ຄົນ​​ໃນ​ກົງຈັກ​ຈຳນວນ​ໜຶ່ງ ຍັງ​ສືບ​ຕໍ່​ເຮັດ​ວຽກ​ຕາມ​ຄວາມ​ຊິນ​ເຄີຍ, ຄວາມ​ຮັບຜິດຊອບ​ບໍ່​ທັນ​ສູງ, ອາດຍາ​ສິດ​ຫ່າງ​ເຫີ​ນມະຫາຊົນ​ຫ່າງ​ເຫີ​ນ ຄວາມ​ເປັນ​ຈິງ, ຍັງ​ບໍ່​ທັນ​ຕັ້ງໜ້າ​ແກ້​ບັນຫາ, ຍັງ​ຈົ​ມຢູ່​ໃນ​ວົງ​ຈອນ​​ແຫ່ງ​ການ​ສວຍ​ໃຊ້​ຖານະ​ຕຳ​ແໜ່​ງ ວົນວຽນ​ນຳ​ການ​ສໍ້​ຫລາດ​ບັງ​ຫລວງ ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຕ່າງໆ​ນາໆ ຍ້ອນ​ວ່າ​ກົງຈັກ​ຫລາຍ​ບ່ອນ ຫລາຍ​ອົງ​ກອນ​ ຍັງ​ບໍ່​ທັນ​ຫລຸດ​ອອກ​ຈາ​ກວົງ​ໂຄຈອນ​ດັ່ງກ່າວ​ນີ້, ຈຶ່ງ​ກະທົບ​ເຖິງ​ວຽກ​ບໍລິຫານ​ຊັກ​ຊ້າແກ່ຍາວຂາດ​ປະສິດທິ​ຜົນ, ປະສິດທິພາບ​ກໍ່​ຕ່ຳຍັງ​ເປັນ​ລັກສະນະ​ທົ່ວໆ​ໄປ, ແຕ່​ກົງຈັກ​ແຕ່​ເທິງ​ຮອດ​ລຸ່ມ ຍັງ​ເປັນ​ລັກສະນະ​ແຜ່​ລາມ ຕາມ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກ ​ແຕ່​ເທິງ​ລົງ​ລຸ່ມຢ່າງ​ກວ້າງຂວາງ ກົມການ​ເມືອງສູນ​ກາງ​ພັກ ຈຶ່ງ​ເຫັນ​ບັນຫາ​ນີ້​ແຈ້ງ​ຂຶ້ນ ​ແລະ ມີ​ທິດ​ຈະ​ຕ້ອງ​ໄດ້​ແກ້​ໄຂ​ປັບປຸງ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ​ເຖິງ​ວ່າ ການ​ແກ້​ໄຂ​ອາດ​ຈະ​ບໍ່​​ແມ່ນ​ເລື່ອງ​ທີ່​ງ່າຍ​ດ່າ​ຍກໍ​ຕາມ ​ ເພາະວ່າ​ຂໍ້ຄົງຄ້າງ​ດັ່ງ​ກ່າວ ​ແມ່ນ​ເປັນ​ພະຍາດ​ຊຳ​ເຮື້ອ​ມາ​ດົນ ​ແຕ່ລັດຖະບານ​​ໃນ​ຖານະທີ່​ເປັນ​ຜູ້​ບໍລິຫານ ​ໄດ້​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ ​ແລະ ບັນດາ​ນິຕິ​ກຳ​ຫລາຍ​ສະບັບ ​ເຊັ່ນ: ຄຳ​ສັ່ງ​ເລກທີ 15/ນຍ ລົງ​ວັນ​ທີ13 ພຶດສະພາ 2016 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ ​ໃນ​ການ​ຄຸ້ມ​ຄອງ ​ແລະ ກວດກາ​ທຸກ​ການ​ຂຸດ​ຄົ້ນ​ໄມ້, ການ​ເຄື່ອນ​ຍ້າຍ​ໄມ້ ​ແລະ ທຸລະ​ກິດ​ໄມ້; ຄຳ​ສັ່ງ​ສະບັບ​ເລກ​ທີ່ 07/ນຍ ລົງ​ວັນ​ທີ 20 ມີນາ 2017 ວ່າ​ດ້ວຍ​ການ​ຂຶ້ນ​ບັນຊີ​ເຕົ້າ​ໂຮມ​ຊັບ​ສິນ ​ທີ່​ສານ​ຕັດສິນ​ຮີບ​ມາ​ເປັນ​ຂອງ​ລັດ; ຄຳ​ສັ່ງ​ສະບັບ​ເລກທີ 09/ນຍ ລົງ​ວັນ​ທີ 19 ພຶດສະພາ 2017 ວ່າ​ດ້ວຍ​ການ​ປະ​ຢັດ​ລາຍ​ຈ່າຍ​ງົບປະມານ​ຂອງ​ລັດ ​ແລະ ຄຳ​ສັ່ງ​ອື່ນໆ​ ອີກ.

ພ້ອມ​ນີ້, ເພື່ອ​ປັບປຸງ​ເຮັດ​ໃຫ້​ກົງຈັກ​ລັດສືບ​ຕໍ່​ໂປ່​ງ​ໃສ ​ແລະ ມີ​ປະສິດ​ທິພາ​ບ ລັດຖະບານ​ໄດ້​ມີ​ກົນ​ໄກ​ຕິ​ດຕາມ​ກວດກາ​ເປັນປະຈຳ ຄື: ​ເຮັດ​ວຽກ​ຮ່ວມ​ກັບ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ອົງ​ການກວດກາ​ສູນ​ກາງ​ພັກ ​ແລະ ອົງການ​ກວດກາ​ລັດຖະບານ, ກະຊວງ​ພາຍ​ໃນ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ປ້ອງກັນ​ຄວາມ​ສະຫງົບ, ສະພາ​ແຫ່ງ​ຊາດ, ສະພາ​ທ້ອງ​ຖິ່ນ, ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ອື່ນໆ ​ໂດຍ​ອີງ​ໃສ່​ຄະນະ​ພັກ​ແຕ່ລະ​ຂັ້ນ ​​ໃຫ້ມີ​ການ​ສຳ​ຫລວດ​ກວດກາ​, ປະ​ເມີນ​ຜົນທັງ​ກົງຈັກ ​ແລະ ພະນັກງານ​ເປັນ​ປະຈຳ ຖ້າ​ກວດ​ເຫັນ​ຄວາມ​ບົກ​ຜ່ອງຜິດພາດ ຫລື ການ​ລ່ວງ​ລະ​ເມີດ​ຕ່າງໆ ຕ້ອງ​ໄດ້​ມີ​ການ​ດຳ​ເນີນ​ແກ້​ໄຂ​ ໃຫ້​ເປັນ​ຮູບ​ປະ​ທຳ​ເກີດ​ຂຶ້ນ ​ເຊິ່ງຄະນະ​ຈັດ​ຕັ້ງ​ສູນ​ກາງ ​ແລະ ຄະນະ​ລັດຖະບານ ກໍໄດ້​ເຮັດ​ວຽກ​ນີ້​ເປັນ​ປະຈຳ. ​​ໃນ​ນັ້ນ, ​ບັນດາ​ການ​ນຳ​ໄດ້​ເປັນ​ເອກະ​ພາບ​ກັນ​ວ່າ ຖ້າ​ກວດ​ເຫັນ​ຢູ່​ໃສ, ອົງການ​ໃດ, ທ້ອງ​ຖິ່ນ​ໃດ ຕ້ອງ​ມອບ​ໃຫ້​ເປັນ​ພາລະ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ອົງການ​ນັ້ນ ຫລື ທ້ອງ​ຖິ່ນ​ນັ້ນ ຊີ້​ນຳ​ແກ້​ໄຂແຕ່​ຖ້າອົງການນັ້ນ ​ແລະ ການ​ນຳ​ຢູ່​ບ່ອນ​ນັ້ນ ບໍ່​ຢາກ​ແກ້​ໄຂ, ບໍ່​ກ້າ​ແກ້​ໄຂ ຫລື ບໍ່​ມີ​ຄວາມ​ສາມາດ ຕ້ອງ​ໄດ້​ໃຫ້​ຂັ້ນ​ເທິງ​ຍື່ນມື​ເຂົ້າ​ມາ​ແກ້​ໄຂ ​ເຊິ່ງສະ​ແດງ​ອອກ​ເຖິງ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ການ​ເມືອງ​ຂອງ​ແຕ່​ລະ​ຂັ້ນ.

 

ແຫລ່ງຂ່າວ: ສົມ​ຫວັງ ແລະ ພາບປະກອບ​: ໄອ່​ຄຳ (ສຳນັກຂ່າວສານປະເທດລາວ)