Homeປ່ອງຢ້ຽມດວງດາວນັກວິທະຍາສາດຍີ່ປຸ່ນ ພົບຖ້ຳໃນດວງຈັນ (ມີຄລິບ)

ນັກວິທະຍາສາດຍີ່ປຸ່ນ ພົບຖ້ຳໃນດວງຈັນ (ມີຄລິບ)

Published on

ສຳນັກຂ່າວເອເອຟພີລາຍງານ ຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 19 ຕຸລາ 2017 ຂໍ້ມູນຈາກການສຳຫຼວດດວງຈັນ SELENE ຂອງຍີ່ປຸ່ນ ພົບວ່າພາຍໃນດວງຈັນມີຖ້ຳຂະໜາດຄວາມຍາວ 50 ກມ. ກວ້າງ 100 ແມັດ ທີ່ເກີດຈາກການລະເບີດຂອງພູເຂົາໄຟເມື່ອປະມານ 3,500 ລ້ານປີກ່ອນ ການຄົ້ນພົບຖືກເຜີຍແພ່ລົງໃນວາລະສານວິທະຍາສາດຂອງສະຫະລັດ Geophysical Research Letters ໃນອາທິດທີ່ຜ່ານມາ

ຖ້ຳໃຕ້ດິນມີຊື່ຮຽກວ່າ ເນີນເຂົາມາຣິອຸສ ຈະຊ່ວຍປົກປ້ອງມະນຸດອາວະກາດຈາກສະພາບອາກາດທີ່ມີການປ່ຽນແປງກະທັນຫັນ ແລະ ຣັງສີອັນຕະລາຍທີ່ຈະສຳພັດເມື່ອຢູ່ເທິງຜິວດວງຈັນ

ເຖິງແມ່ນວ່າປັດຈຸບັນຍັງບໍ່ມີການຢືນຢັນທີ່ຊັດເຈນ ແຕ່ຫວັງວ່າໃນອານາຄົດການສຳຫຼວດຈະໄດ້ລາຍລະອຽດຫຼາຍຂຶ້ນກວ່ານີ້.

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...