ພົບດາວທີ່ນ້ອຍທີ່ສຸດທີ່ເຄີຍພົບມາ ນ້ອຍກວ່າດາວເສົາ

ດວງຕະເວັນທີ່ເຮົາເຫັນນັ້ນຄືດາວທີ່ໃຫ້ໂລກເຮົາທີ່ສຸດ ດວງຕະເວັນມີຂະໜາດໃຫຍ່ກວ່າດາວເສົາ 12 ເທົ່າ ແຕ່ຫຼ້າສຸດທີມນັກດາລາສາດຈາກມະຫາວິທະຍາໄລ ແຄມບຣິດຮ່ວມກັບດາລາສາດຈາກຊາດຕ່າງໆໄດ້ປະກາດຄົ້ນພົບດາວຂະໜາດນ້ອຍທີ່ມີຊື່ວ່າ EBLM J0555-57Ab ທີ່ມີຂະໜາດພໍໆກັບດາວເສົາຊະນະເລີດເອົາຕຳແໜ່ງດາວທີ່ີນ້ອຍທີ່ສຸດເທົ່າທີມະນຸດເຄີຍຮູ້ຈັກໄປຄອງ.

ທີມງານຄົ້ນພົບ EBLM J0555-57b ໂດຍໃຊ້ກ້ອງ WASP ຫຼື Wide Angle Search for Planets ທີ່ປົກກະຕິຈະໃຊ້ສຳລັບສ່ອງຫາດາວເຄາະນອກລະບົບສຸລິຍະໃນຂະນະທີ່ສ່ອງດາວ EBLM J0555-57 ຢູ່ນັ້ນກໍ່ພົບການໂຄຈອນຕັດໜ້າຂອງວັດຖຸຂະໜາດດາວເສົາທີ່ຕອນທຳອິດທີມງານຄິດວ່າເປັນດາວເຄາະ ແຕ່ຫຼັງຈາກພົບວ່າມັນເປັນມວນຫຼາຍກວ່າດາວເຄາະຫຼາຍເທົ່າຈິ່ງລອງສັງເກດ ແລະ ຄຳນວນໃໝ່ຈິ່ງພົບວ່າຄວາມຈິງແລ້ວມັນເປັນດາວຂະໜາດນ້ອຍ ເຮັດໃຫ້ດາວດວງເກົ່າຄື EBLM J0555-57 ກາຍເປັນດາວຄູ່ ແລະ ດາວແຝດ ໂດຍມີດາວຂະໜາດນ້ອຍໂຄຈອນຮອບລະ 8 ມື້ ຈິ່ງປ່ຽນຊື່ລະບົບນີ້ໃໝ່ (ສັງເກດອັກສອນຕົວທ້າຍ) ຈາກ EBLM J0555-57 ດາວດຽວເປັນ EBLM J0555-57Ab ດາວແຝດໂດຍມີ EBLM J0555-57A ເປັນດາວຂະໜາດປົກກະຕິ ແລະ EBLM J0555-57b ເປັນດາວຂະໜາດນ້ອຍທີເຮົາກຳລັງເວົ້າເຖິງກັນຢູ່ນີ້