Homeຂ່າວພາຍ​ໃນທີມຊາດ ສປປ ເກົາຫລີ ເອົາຊະນະທີມຊາດລາວຄາບ້ານ 6-0

ທີມຊາດ ສປປ ເກົາຫລີ ເອົາຊະນະທີມຊາດລາວຄາບ້ານ 6-0

Published on

ທີມຊາດລາວ ຢູ 23 ລົງສະຫນາມນັດສຸດທ້າຍ ເສຍໃຫ້ ທີມຊາດ ສປປ ເກົາຫລີ ( ເຈົ້າພາບ ) 0-6 . ສ່ວນຜົນຄູ່ 1 ໃນກຸ່ມດຽວກັນນັ້ນ ທີມຊາດ ຮົງກົງ ຊະນະ ທີມຊາດ ໄຕ້ຫວັນ 4-0
ສຳລັບແຂ່ງຂັນ ບານເຕະຊາຍຊີງແຊ້ມອາຊີ ລຸ້ນອາຍຸ 23 ປີ ຮອບຄັດເລືອກ AFC U-23 CHAMPIONSHIP 2018 QUALIFIERS
ເຊິ່ງ ລາວ ຢູ່ຮ່ວມກຸ່ມ G ປະກອບມີ ສປປ ເກົາຫລີ ( ເຈົ້າພາບ) ລາວ, ເຂດປົກຄອງພິເສດ ໄຕ້ຫວັນ , ເຂດປົກຄອງພິເສດ ຮົງກົງ ເຊິ່ງຈະແຂ່ງຂັນຢູ່ທີ່ນະຄອນຫລວງ ພຽງຢາງ ສປປ ເກົາຫລີ ໃນວັນທີ 19-23 / 07 / 2017 . ສະຫລຸບການແຂ່ງຂັນ ທີມຊາດລາວ ລົງສະຫນາມ 3 ນັດ ຊະນະ 1, ສະເຫມີ 1 ແລະ ເສຍ 1 ມີ 4 ຄະແນນ ຢູ່ອັນດັບ 3 ຂອງກຸ່ມບໍ່ພຽງຕໍ່ການເຂົ້າຮອບສຸດທ້າຍ.
+ ຜົນການແຂ່ງຂັນຂອງທີມຊາດລາວ
– ວັນທີ 19/07/2017 ເວລາ 15:00 ລາວ ຊະນະ ໄຕ້ຫວັນ 3-1 ແຂ່ງຂັນຢູ່ທີ່ສະຫນາມ MAY DAY STADIUM .
– ວັນທີ 21/07/2017 ເວລາ 15:00 ລາວ ສະເຫມີ ຮົງກົງ 1-1 ແຂ່ງຂັນຢູ່ທີ່ສະຫນາມ MAY DAY STADIUM .
– ວັນທີ 23/07/2017 ເວລາ 18:00 ລາວ ເສຍໃຫ້ ສປປ ເກົາຫລີ 0-6 ແຂ່ງຂັນຢູ່ທີ່ສະຫນາມ MAY DAY STADIUM .
AFC U-23 CHAMPIONSHIP 2018 Qualifiers GROUP G
FULL TIME / LAOS 0-6 DPR KOREA

 

ແຫລ່ງຂ່າວ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...