Homeຂ່າວຕ່າງປະເທດອິນເດຍເລີ່ມໃຊ້ລົດໄຟຕິດຕັ້ງແຜງໂຊລາຣເຊລເທິງຫຼັງຄາແລ້ວ

ອິນເດຍເລີ່ມໃຊ້ລົດໄຟຕິດຕັ້ງແຜງໂຊລາຣເຊລເທິງຫຼັງຄາແລ້ວ

Published on

ຂະບວນລົດໄຟໂຊລາຣເຊລຂະບວນທຳອິດຂອງອິນເດຍເລີ່ມເປີດໃຫ້ບໍລິການເມື່ອວັນທີື 14 ກໍລະກົດ 2017 ທີ່ຜ່ານມາ ແລະ ແນ່ນອນວ່າມັນບໍ່ແມ່ນຂະບວນສຸດທ້າຍ ເພາະທາງການລົດໄຟຂອງອິນເດຍຈະສ້າງຂະບວນລົດໄຟໂຊລາຣເຊລແບບນີ້ອີກ 24 ຂະບວນໃນອີກ 6 ເດືອນ ຕໍ່ໜ້າ.

ໂຄງການນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງທາງການລົດໄຟອິນເດຍເພື່ອການຫຼຸດການປ່ອຍມົນລະພິດຂອງໂຄງຂ່າຍຂະບວນລົດໄຟທີ່ໃຊ້ນ້ຳມັນ ແຜນການນີ້ປະກອບດ້ວຍການສ້າງໂຊລາຣເຊລຟາມຂະໜາດ 1,000 ເມກະວັດຈຳນວນ 5 ແຫ່ງພາຍໃນ 5 ປີຕໍ່ໜ້າ ຮວມທັງການໃຊ້ເຊື້ອເພີງຊີວະພາບ ແລະ ພະລັງງານລົມ ຕິດຕັ້ງຫ້ອງນ້ຳໄຮເທັກ Bio Toilet ແລະ ການໃຊ້ນ້ຳຣີໄຊເຄີລ

ຂະບວນລົດໄຟໂຊລາຣເຊລນີ້ປະກອບດ້ວຍໂບກີ້ຕິດຕັ້ງແຜງໂຊລາຣເຊລຈຳນວນ 6 ໂບກີ້ ແຕ່ລະໂບກີ້ຈະຕິດຕັ້ງແຜງໂຊລາຣເຊລຂະໜາດ 300 ວັດຈຳນວນ 16 ແຜງ ມີອຸປະກອບຄວບຄຸມການຊາຣຂອງແຜງໂຊລາຣເຊລ (MPPT) ແລະ ຊຸດຂອງແບດເຕີລີຂະໜາດ 120 Ah ທີ່ສາມາດເກັບໄຟໄວ້ໃນຕອນກາງຄືນ

ແຕ່ລະໂບກີ້ມີສັກກະຍາພາບທີ່ຈະຜະລິດໄຟຟ້າໄດ້ປະມານ 20 ຢູ່ນິດຕໍ່ມື້ ສາມາດທົດແທນເຄື່ອງປັ່ນໄຟແບບເກົ່າທີ່ໃຊ້ຈັກແອັດຊັງ ຊ່ວຍໃຫ້ປະຢັດນ້ຳມັນໄດ້ປະມານປີລະ 21,000 ລິດ ຂະນະດຽວກັນແຕ່ລະໂບກີ້ຍັງຊ່ວຍຫຼຸດການປ່ອຍຄາບອນໄດ້ປະມານ 9 ຕັນຕໍ່ປີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...