ຜູ້ນຳເກົາຫລີໃຕ້ສະເໜີຂໍເປີດ ເຈລະຈາທາງທະຫານ-ຈັດງານລວມຍາດ ກັບເກົາຫລີເໜືອອີກຄັ້ງ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກໍລະກົດນີ້ວ່າ ທ່ານ ມຸນ ແຈອິນ ປະທານາທິບໍດີ ສ.ເກົາຫລີ ຫລື ເກົາຫລີໃຕ້ ໄດ້ຍື່ນຂໍ້ສະເໜີຂໍເປີດການເຈລະຈາທາງທະຫານ ກັບລັດຖະບານ ສປປ ເກົາຫລີ ຫລື ເກົາຫລີເໜືອ ຊຶ່ງຈະເປັນການເຈລະຈາລະດັບລັດຖະບານຄັ້ງທຳອິດ ໃນຮອບເກືອບ 2 ປີ ຫວັງຫລຸດຜ່ອນຄວາມເຄັ່ງຕຶງບໍລິເວນຊາຍແດນທັງສອງປະເທດ ໂດຍສະເໜີຈັດຂຶ້ນໃນວັນທີ 21 ກໍລະກົດນີ້ ທີ່ເຂດປອດທະຫານ ບ້ານປັນມຸນຈອມ (Pammunjom) ດິນແດນຂອງເກົາຫລີເໜືອ ຊຶ່ງສະຖານທີ່ດັ່ງກ່າວນີ້ ເປັນບ່ອນທີ່ສອງລັດຖະບານ ໄດ້ຈັດກອງປະຊຸມເຈລະຈາຄັ້ງຫລ້າສຸດ ໃນເດືອນທັນວາປີ 2015 ຜ່ານມາ.

ຂໍ້ສະເໜີຂອງຝ່າຍເກົາຫລີໃຕ້ຄັ້ງນີ້ ມີຂຶ້ນພຽງ 1 ອາທິດ ຫລັງຈາກທີ່ຜູ້ນຳເກົາຫລີໃຕ້ຄົນໃໝ່ ທ່ານ ມຸນແຈອິນ ໄດ້ອອກມາກ່າວວ່າ ການເຈລະຈາກັບເກົາຫລີເໜືອນັ້ນ ມີຄວາມຈຳເປັນຮີບດ່ວນກ່ອນການບີບບັງຄັບ ໃຫ້ພວກເຂົາຍົກເລີກໂຄງການນິວເຄລຍ.

ດ້ານສະພາກາແດງຂອງເກົາຫລີໃຕ້ ກໍໄດ້ອອກມາຮຽກຮ້ອງໃຫ້ລັດຖະບານເກົາຫລີ ຈັດການເຈລະຈາໃນວັນທີ 1 ສິງຫານີ້ ເພື່ອກະກຽມຈັດງານວັນລວມຍາດອີກຄັ້ງໜຶ່ງ ເພື່ອເປີດໂອກາດໃຫ້ຄອບຄົວຊາວເກົາຫລີ ທີ່ພັດພາກຈາກກັນໃນປາງສົງຄາມ ໄດ້ມີໂອກາດໄດ້ພົບປະຍາດຕິພີ່ນ້ອງ ຊຶ່ງປັດຈຸບັນໄດ້ອາໄສຢູ່ຄົນລະຝັ່ງຊາຍແດນ.