Homeຂ່າວຕ່າງປະເທດຊາວບ້ານຫຍາງຊຸນຍື່ນຄຳຮ້ອງຕໍ່ສານເນເທີແລນເພື່ອຂໍພຣະພຸດທະຮູບລ້ຳຄ່າກັບຄືນ

ຊາວບ້ານຫຍາງຊຸນຍື່ນຄຳຮ້ອງຕໍ່ສານເນເທີແລນເພື່ອຂໍພຣະພຸດທະຮູບລ້ຳຄ່າກັບຄືນ

Published on

ບີບີຊີລາຍງານວ່າ ຊາວບ້ານຫຍາງຊຸນ ມົນທົນຝູຈ້ຽນ ຍື່ນຄຳຮ້ອງຕໍ່ສານໃນປະເທດ ເນເທີແລນ ເມື່ອວັນທີ 14 ກໍລະກົດ 2017 ທີ່ຜ່ານມາ ເພື່ອຂໍພຣະພຸດທະຮູບລ້ຳຄ່າທີ່ບັນຈຸຮ່າງພຣະສົງໄວ້ໃນອົງພຣະ ຫຼື ທີ່ຮູ້ຈັກກັນທົ່ວໄປວ່າ ພຣະພຸດທະຮູບມຳມີ ອານຸກວ່າ 1,000 ປີ ຄືນຈາກນັກສະສົມຊາວດັຊ 

ໃນຄຳຮ້ອງຕໍ່ສານລະບຸວ່າ ພຣະພຸດທະຮູບຖືກນຳໄປຈາກວັດນ້ອຍໆໃນໝູ່ບ້ານ ເມືອປີ 1995 ຈາກນັ້ນມາຮອດຮ່ອງກົວໃນປີ 1996 ແລະ ບໍ່ມີໃຜໄດ້ເຫັນອີກເລີຍ ຈົນເມື່ອມີການຈັດສະແດງໃນນະຄອນຫຼວງ ບູດາເປສ ປະເທດ ຮັງກາລີ ໃນປີ 2015 

ບີບີຊີລະບຸວ່າ ຊາວງເວລາບໍ່ເທົ່າໃດປີຜ່ານມາ ທາງການຈີນພະຍາຍາມທວງຄືນສົມບັດລ້ຳຄ່າໃນປະເທດທີ່ຖືກລັກໄປ ແຄ່ຈົນຮອດທຸກວັນນີ້ມີບໍ່ພຽງເທົ່າໃດອັນເທົ່ານັ້ນທີ່ສາມາດທວງຄືນໄດ້ ໂດຍຜ່ານຂະບວນການຂອງສານ 

ຄວາມຊັບຊ້ອນທາງຄະດີຫຼ້າສຸດ ເຊື່ອວ່າ ທ່ານ ອອສກາຣ ຟານ ໂອເວີຣີມ ນັກສະສົມຊາວດັຊໄດ້ພຣະພຸດທະຮູບນີ້ໄປ ດ້ວຍການສະລັບອົງພຣະຮູບອີກຫຼາຍອົງກັບພໍ່ຄ້າຂອງບູຮານອີກຄົນໜຶ່ງ ແລະ ຂະນະນີ້ບໍ່ຊັດເຈນວ່າພຣະພຸດທະຮູບທີ່ມີຮ່າງພຣະສົງນັ້ນຢູ່ໃສແທ້

ພຣະພຸດທະຮູບອົງນີ້ປະກົດເປັນຂ່າວໄປທົ່ວໂລກເມື່ອຜູ່ຊ່ຽວຊານຊາວດັຊໃຊ້ຊີທີສສະແກນພົບຮ່າງພຣະສົງຢູ່ພາຍໃນ ເຊື່ອວ່າເປັນພຣະອາຈານຫຼິວສວນ ຫຼັງຈາກອົງພຣະປະດິດສະຖານຢູ່ທີ່ວັດໝູ່ບ້ານຫຍາງຊຸນມາຫຼາຍສັດຕະວັດ ທັງຍັງເປັນອົງສັກກາລະບູຊາຂອງຊາວບ້ານໝູ່ບ້ານ ຕົງຜູ ທີ່ຢູ່ໃກ້ຄຽງ ຊາວບ້ານຊ່ວຍກັນເຊື່ອງອົງພຣະບໍ່ໃຫ້ຖືກທຳລາຍໃນຍຸກວັດທະນະທຳ ທົດສະວັດທີ 60-70 ມາໄດ້

https://youtu.be/xTkxOHJSG6w

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...