Homeຂ່າວທ້ອງຖິ່ນ8 ຂໍ້ສັງເກດ ຮູບພະຍານາກທີ່ສະຫວັນນະເຂດ ເປັນເລື່ອງຈິງຫຼືພຽງຮູບຕັດຕໍ່

8 ຂໍ້ສັງເກດ ຮູບພະຍານາກທີ່ສະຫວັນນະເຂດ ເປັນເລື່ອງຈິງຫຼືພຽງຮູບຕັດຕໍ່

Published on

ເຊົ້າມື້ນີ້, ວັນທີ 16 ກໍລະກົດ 2017 ໄດ້ມີຜູ້ໃຊ້ເຟສບຸກຊື່ ອີ່ນ້ອງມົດໂຕນ້ອຍ ແຕ່ຮັກຈິງ ໂພສຮູບທີ່ຄ້າຍຄືຮູບປັ້ນພະຍານາກ ທີ່ກຳລັງລອຍຢູ່ເທິງແມ່ນໍ້າ ເຊິ່ງລະບຸວ່າເປັນແມ່ນໍ້າຂອງ ບໍລິເວນບ້ານທ່າສະຫວ່າງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໂດຍມີຂໍ້ຄວາມອະທິບາຍວ່າ “ພະຍານາກຂຶ້ນຢູ່ແມ່ນ້ຳຂອງບ້ານຂ້ອຍນີ່ແລະມື້ວານນີ້ຄັ້ງແລກຂອງຊີວິດທີ່ໄດ້ເຫັນຝາກກົດໄລ້ກົດແຊແນ່ເດີ ຂຶ້ນຢູ່ບ້ານທ່າສະຫວ່າງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃຜແຊຂໍໃຫ້ລ້ຳລວຍລ້ຳລວຍສາທຸສາທຸສາທຸ” ແລະ ປະກອບມີຮູບ 5 ຮູບ ທີ່ຖ່າຍແຕ່ລະຮູບຄົນລະມຸມ ແຕ່ທ່າພະຍານາກຕັ້ງຄໍຊູຫົວຂຶ້ນເໜືອນໍ້າໃນອົງສາດຽວກັນ ສ່ວນລຳໂຕນັ້ນແມ່ນຈົມຢູ່ນໍ້າ. ແລະໃນຂະນະທີ່ເຟສບຸກແຟນເພຈທີ່ໃຊ້ຊື່ວ່າ: Tolin Studio-ໂຕຫລີ່ນສະຕູດິໂອ ໄດ້ໂພສຮູບດັ່ງກ່າວພ້ອມຮູບປະຊາຊົນກຳລັງເຝົ້າເບິ່ງບາງຢ່າງເທີງໜ້ານໍ້າ.

ໂພສດັ່ງກ່າວນັ້ນ ໄດ້ມີຜູ້ພົບເຫັນແລະພາກັນເຂົ້າມາກົດໄລ້ ຂໍພອນ ແລະແຊຕໍ່ຫຼາຍກວ່າ 22,000 ຄັ້ງ. ໃນຂະນະດຽວກັນ, ກໍມີຜູ້ຕັ້ງຂໍ້ສົງໄສວ່າ ຮູບພາບດັ່ງກ່າວນັ້ນອາດຈະເປັນພຽງຮູບພາບຕັດຕໍ່ທໍ່ນັ້ນ. ຕົວຢ່າງຂໍ້ສັງເກດມີຄື:
1. ສັງເກດເຫັນວ່າ ຮູບແຕ່ລະໃບແມ່ນຖ່າຍຕ່າງມຸມ ແຕ່ວ່າທ່າຂອງພະຍານາກດັ່ງກ່າວຢູ່ໃນທ່າຊູຄໍໃນອົງສາດຽວກັນ ຫຼືບໍ່ມີການເຄື່ອນໄຫວໃດໆ ເຊິ່ງຖ້າເປັນສິ່ງທີ່ມີຊີວິດກໍຄວນຕ້ອງມີການເຄື່ອນໄຫວຂຶ້ນໆ ລົງໆ.
2. ຖ້າເປັນເລື່ອງຈິງແລະອີງໃສ່ຈຳນວນຮູບດັ່ງກ່າວນັ້ນແລ້ວ (ຄ້າຍຄືຖ່າຍໄດ້ຫຼາຍມຸມ) ເປັນໄປໄດ້ຍາກທີ່ຈະມີຄົນກ້າທີ່ຈະຂີ່ເຮືອອອກໄປໃກ້ໆ ແລ້ວໃຊ້ໂທລະສັບມືຖືຖ່າຍຮູບພະຍານາກດັ່ງກ່າວ.
3. ລັກສະນະຂອງພະຍານາກແມ່ນຢູ່ບ່ອນເກົ່າ ແຕ່ພັດບໍ່ເຫັນລັກສະນະການໄຫຼຂອງນໍ້າໃນບໍລິເວນຄໍພະຍານາກຜີກອອກແຕ່ຢ່າງໃດ.
4. ສັງເກດແຕ່ລະຮູບຄ້າຍຄືວ່າບໍ່ແມ່ນບ່ອນດຽວກັນ (ສັງເກດຕະຝັ່ງ)
5. ຮູບປະຊາຊົນທີ່ໄປຢືນເບິ່ງນັ້ນ ຄ້າຍຄືບໍ່ແມ່ນຮູບຢູ່ລາວ ສັງເກດຈາກຫຼັງເສື້ອຂອງປະຊາຊົນ, ຮູບທຸງຊາດ ແລະຮູບເຮືອນແຄມຝັ່ງ ແລະໄດ້ມີເຮືອຢູ່ແຄມຝັ່ງນໍາອີກ.
6. ຮູບພາບພະຍາກດັ່ງກ່າວຄືຮູບປັ້ນພະຍານາກໃນຕຳນານຫຼາຍກວ່າພະຍານາກຕົວຈິງ ເພາະພະຍານາກຕົວຈິງກໍຄືງູໃຫຍ່ ເຊິ່ງລັກສະນະຂອງສຽນ(ຫົວ) ພະຍານາກຄົງບໍ່ເປັນດັ່ງໃນຮູບ.
7. ບໍ່ປາກົດເຫັນຮູບທີ່ຫຼາກຫຼາຍກວ່າທີ່ເຫັນ ແລະ ບໍ່ມີຄລິບວິດີໂອ ສະແດງວ່າຮູບດັ່ງກ່າວນັ້ນມາຈາກຄົນພຽງຄົນດຽວ ຖ້າມີຫຼາຍຄົນເຫັນອາດຈະມີຮູບຫຼາຍລັກສະນະກວ່ານີ້ ຫຼື ມີຄລິບວິດີໂອພ້ອມ.
8. ສອບຖາມໄປຍັງນັກຂ່າວແຂວງສະຫວັນນະເຂດແລ້ວບອກວ່າ ຍັງບໍ່ເຫັນຂ່າວນີ້. ແລະສື່ກະແສຫຼັກທີ່ໜ້າເຊື່ອຖືກໍບໍ່ໄດ້ລາຍງານ. ຖ້າເປັນເລື່ອງຈິງສື່ກະແສຫຼັກຂອງປະເທດເພື່ອນບ້ານຄົງບໍ່ພາດທີ່ຈະລາຍງານຢືນຢັນຢ່າງແນ່ນອນ.

ຂໍ້ສັງເກດດັ່ງກ່າວຂ້າງເທິງນັ້ນອາດຈະບໍ່ຖືກຕ້ອງກໍໄດ້ ແລະເລື່ອງດັ່ງກ່າວກໍເປັນພຽງຄວາມເຊື່ອສ່ວນບຸກຄົນ ເຊິ່ງທີມງານພວກເຮົາເຄົາລົບຕໍ່ສິດທິຄວາມເຊື່ອສ່ວນຕົວຂອງແຕ່ລະຄົນ ຈຶ່ງຂໍຝາກບົດຄວາມສັງເກດການນີ້ໄປຍັງບັນດາທ່ານຜູ້ອ່ານຈົ່ງໄດ້ໃຊ້ວິຈາລະນາຍານໃນການເຊື່ອຂ່າວຕ່າງໆ ເທິງໜ້າເຟສບຸກຂອງທ່ານດ້ວຍ.

ນີ້ເປັນຮູບທີ່ມີຜູ້ໄປຕັດຕໍ່ເພິ່ມເຕີມເຮັດໃຫ້ມີຫຼາຍໂຕຂຶ້ນມາຕື່ມອີກ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...