spot_img
Homeຄົມຄິດຄົມຄົນ15 ຂໍ້ຄິດ ປ່ຽນແປງຊີວິດກ່ອນອາຍຸ 45 ປີ

15 ຂໍ້ຄິດ ປ່ຽນແປງຊີວິດກ່ອນອາຍຸ 45 ປີ

Published on

  1. ບໍ່ຕ້ອງຕັ້ງໃຈຮຽນໃຫ້ຫລາຍເກີນໄປກັບວິຊາທີ່ຕົນເອງເລືອກ ແຕ່ວ່າພາສາອັງກິດ ແລະພາສາຈີນແມ່ນ

ຈຳເປັນຫລາຍ ສ່ວນວິຊາອື່ນໆເອົາແຕ່ພໍດີພໍງາມ ເພາະວ່າໃນໂລກແຫ່ງຄວາມເປັນຈິງແລ້ວ ໃນການເຮັດວຽກນັ້ນ ເຂົາວັດກັນທີ່ຜົນງານ ບໍ່ແມ່ນເກດ ແລະຄະແນນທີ່ຮຽນຈົບມາ.

  1. ການເຮັດກິດຈະກຳໃນຮົ້ວມະຫາວິທະຍາໄລນັ້ນ ສຳຄັນຫລາຍເທົ່າກັບການຮໍ່າຮຽນ ເພາະວ່າມັນຈະ

ເປັນປະສົບການທີ່ລ້ຳຄ່າທີ່ສຸດໃນຊີວິດ ເຮັດໃຫ້ເຮົາມີສິ່ງດີໆໄດ້ແລກປ່ຽນກັບໝູ່ເພື່ອນຫລາຍໆຄົນ ໃນອະນາຄົດເຮົາຈະໄດ້ຍິ້ມສະເໝີວ່າ ທີ່ຜ່ານມາເຮົາເຄີຍໄດ້ເຮັດກິດຈະກຳດີໆໃຫ້ແກ່ຊີວິດ.

  1. ການເລືອກວຽກທີ່ເຮົາມັກ ບໍ່ແມ່ນແນວຄິດທີ່ດີສະເໝີໄປ ເຖິງວ່າມັນຈະແມ່ນສ່ວນໜຶ່ງຂອງຊີວິດກໍ

ຕາມ ແຕ່ຢ່າລືມວ່າ ອາຊີບນັ້ນສາມາດລ້ຽງດູ ອຸ້ມຊູຊີວິດເຮົາໄດ້ແທ້ຫລືບໍ່ ? ຖ້າບໍ່ແມ່ນກໍຢ່າຫລອກຕົນເອງ. ໃນປັດຈຸບັນນີ້ ຄົນທີ່ມີອາຊີບດຽວແມ່ນມີຄວາມສ່ຽງຫລາຍ ຕ້ອງມີອາຊີບສຳຮອງມາກັນໄວ້ ເມື່ອວຽກໜຶ່ງຢຸດ ວຽກໜຶ່ງຕ້ອງເດີນຕໍ່ໄປ ເຮັດໃຫ້ຊີວິດບໍ່ອົດຕາຍ.

  1. ເມື່ອຈົບຈາກມະຫາວິທະຍາໄລແລ້ວເຂົ້າເຮັດວຽກ ໃຜທີ່ເກັບເງິນກ່ອນ ຈະລວຍໄວກ່ອນ ແລະສິ່ງທີ່

ສຳຄັນທີ່ຕ້ອງຈື່ຈຳໄວ້ກໍຄື “ຊີວິດທີ່ບໍ່ມີໜີ້ ຄືຊີວິດປະເສີດທີ່ສຸດ” ຄ້າຍໆກັບຄຳເວົ້າທີ່ວ່າ “ອະໂລຄາ ປະລະມາລາພາ ການບໍ່ມີພະຍາດ ເປັນລາບອັນປະເສີດ”.

  1. ຫາເປົ້າໝາຍຂອງຊີວິດໃຫ້ພໍ້ໂດຍໄວທີ່ສຸດ ເພາະມັນຈະເປັນເຂັມທິດນຳທາງຊີວິດຂອງເຮົາຕະຫລອດ

ໄປ ບໍ່ແມ່ນວ່າ ບໍ່ຮູ້ຂີ້ໝາປາແດກຫຍັງເລີຍ ຄືກັບຄົນຫລົງທາງເດີນຕາມປ່າຕາມດົງ.

  1. ຊື້ເຮືອນ(ລວມທັງດິນ)ກ່ອນທີ່ຈະຊື້ລົດ ເພາະເຮືອນມີແຕ່ຈະເພີ່ມມູນຄ່າຂຶ້ນ ລົດມູນຄ່າຫລຸດລົງ ຊື່

ຂອງມັນກໍບອກຢູ່ແລ້ວວ່າ ລົດ = ລົດລົງ.

  1. ການເກັບເງິນອອມ ເປັນຂັ້ນໄດອັນອັບແຮກສູ່ຄວາມລໍ້າລວຍ ແຕ່ຂັ້ນຕໍ່ມາຄືຕ້ອງຮູ້ຈັກລົງທຶນ ເພາະໃນ

ໂລກປັດຈຸບັນນີ້ ເປັນຍຸກໂລກາພິວັດ ໂລກນີ້ມັນເຊື່ອມໂຍງແບບບໍ່ມີຂໍ້ຈຳກັດ ຄົນຮັ່ງມີລະດັບປະເທດຫລືລະດັບໂລກນັ້ນ ສ່ວນຫລາຍນັ້ນແມ່ນເປັນນັກລົງທຶນກັນທັງນັ້ນ.

  1. ຢ່າສ້າງສັດຕູກັບໃຜໆກໍຕາມໃນໂລກນີ້ ເພາະເຮົາບໍ່ຮູ້ດອກວ່າ ວັນໜຶ່ງໃນອະນາຄົດເຂົາອາດຈະຍິ່ງໃຫຍ່

ຈົນກັບມາທຳຮ້າຍເຮົາເອງກໍເປັນໄດ້.

  1. ຕ້ອງມີໝູ່ເພື່ອນ ຫລືກັນລະຍານະມິດໄວ້ຫລາຍໆ ຕໍ່ໃຫ້ຄົນເກັ່ງສໍ່າໃດກໍຕາມຖ້າບໍ່ມີໝູ່ແລ້ວ ຊີວິດ

ແມ່ນຂາດລົດຊາດ ແລະບໍ່ຈະເລີນກ້າວໜ້າຈັກໜ້ອຍເລີຍ.

  1. ຢ່າຄິດວ່າຕົນເອງເຮັດອັນໃດອັນໜຶ່ງໄດ້ຢ່າງດຽວ ເພາະຄວາມສາມາດຂອງຄົນເຮົາມີຫລາຍກວ່າໜຶ່ງ

ສະເໝີ.

  1. ເມື່ອມີໂອກາດເຂົ້າມາໃນຊີວິດຈົ່ງຢ່າປະຕິເສດມັນ ເຖິງຈະຫລົ້ມເຫລວ ແຕ່ມັນກໍຄືປະສົບການ.
  2. ສ້າງເນື້ອສ້າງຕົວໃຫ້ໄວທີ່ສຸດ ໃນຂະນະທີ່ຕົນເອງຍັງເປັນໄວໜຸ່ມຢູ່ ເພາະວ່າການປະເຊີນກັບອຸປະສັກ

ໃນຍາມແກ່ເຖົ້ານັ້ນ ມັນບໍ່ແມ່ນເລື່ອງມ່ວນຊື່ນເລີຍ.

  1. ເລືອກຄູ່ຊີວິດໃຫ້ດີໆ ຮັບຮູ້ໃນຂໍ້ດີ ແລະຮັບຂໍ້ເສຍຂອງເຂົາ ເມື່ອແຕ່ງດອງແລ້ວ ຄວນສ້າງຄອບຄົວໃຫ້

ເປັນຄອບຄົວທີ່ດີ ແລະທີ່ມີຄວາມຜາສຸກ.

  1. ຄຸນນະພາບຊີວິດເປັນເລື່ອງທີ່ສຳຄັນທີ່ສຸດອັນດັບໜຶ່ງ ຈົ່ງຮັກສາຕົນເອງໃຫ້ດີ ເພາະໂລກທຸກວັນນີ້ມັນ

ປ່ຽນແປງຫລາຍ ໃນເລື່ອງອາຫານການກິນມີແຕ່ສານພິດເຈືອປົນ, ເລັ່ງການຈະເລີນເຕີບໂຕ ແລະອາກາດຫາຍໃຈກໍມີແຕ່ມົນລະພິດ.

  1. 100 ຄົນຄິດ 10 ຄົນເຮັດ 1 ຄົນສຳເລັດ ຄວາມຄິດນຳໄປສູ່ການກະທຳ ການກະທຳນຳໄປສູ່ຄວາມເຄີຍ

ຊິນ ຄວາມເຄີຍຊິນກາຍໄປເປັນສັນດານ ດັ່ງນັ້ນ ເມື່ອຄິດຈະເຮັດຫຍັງຕ້ອງລົງມືເຮັດໂລດ ຢ່າລໍເວລາ ຢ່າລໍໂຊກຊະຕາ ແລະລໍໂອກາດ ພະພຸດທະເຈົ້າເວົ້າໄວ້ວ່າ ທຸກໆມື້ນັບແຕ່ວັນຈັນ-ວັນອາທິດແມ່ນດີໝົດ ມັນບໍ່ໄດ້ຂຶ້ນກັບດວງດາວອັນໃດ ຊີວິດເຮົາ ເຮົາຕ້ອງເປັນຄົນລິຂິດ ແລະສ້າງມັນຂຶ້ນມາ.

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...