ດາວເຄາະນ້ອຍຂາດໜາດໃຫຍ່ຈະເຄື່ອນເຂົ້າມາໃກ້ໂລກທີ່ສຸດໃນວັນທີ 19/04/2017

ເມື່ອວັນທີ 3 ເມສາ 2017 ເວັບໄຊເດລີເມລ ເຜີຍວ່າ ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ ຫຼື ນາຊ່າ ໄດ້ອອກມາເປີດເຜີຍລາຍງານລະບຸວ່າ ດາວເຄາະນ້ອຍ ທີ່ມີີຊື່ວ່າ 2014 JO25 ທີ່ມີຂະໜາດກ້ວາງເຖິງ 1.4 ກິໂລແມັດ ເຊິ່ງເປັນໜຶ່ງໃນກຸ່ມດາວເຄາະນ້ອຍທີ່ເຣດາຈັບເປົ້າໝາຍໄດ້ຊັດເຈນທີ່ສຸດ  ຈະໂຄຈອນມາເຂົ້າໃກ້ໂລກຫຼາຍທີ່ໄລຍະຫ່າງ 46 ລູນາຣ໌ (ປະມານ 1,768,000 ກິໂລແມັດ) ໃນວັນທີ 19 ເມສາ 2017 ທີ່ຈະມາຮອດນີ້ ນັບວ່າເປັນຄັ້ງທຳອິດທີ່ເຂົ້າມາໃກ້ໂລກທີ່ສຸດໃນຮອບ 400 ປີ

             ສຳລັບດາວເຄາະນ້ອຍ 2014 JO25 ຖືກພົບຄັ້ງທຳອິດໂດຍໂຄງການສຳຫຼວດ ເມົາເລມມອນ (Mt. Lemmon Survey) ເມື່ອປີ 2013 ໂດຍມີເສັ້ນຜ່າສູນກາງຢູ່ທີ່ 640 ແມັດ ເຖິງ 1.4 ກິໂລແມັດ ເຊິ່່ງຈັດຢູ່ໃນປະເພດດາວເຄາະນ້ອນທີ່ອາດເປັນອັນຕະລາຍ (Potentially Hazardous Asteroid)
ເຖິງຢ່າງໃດກໍ່ຕາມ ຫຼັງຈາກການເຂົ້າໃກ້ໂລກຫຼາຍທີ່ສຸດຂອງດາວເຄາະນ້ອຍ 2014 JO25 ໃນວັນທີ 19 ເມສາ 2017 ນີ້ ກໍ່ບໍ່ສາມາດຄາດການໄດ້ວ່າໃນອານາຄົດອີກ 480 ປີ ມັນຈະເຄື່ອນເຂົ້າມາໃກ້ໂລກແບບນີ້ໄດ້ ຫຼື ບໍ່