Homeຂ່າວເຫດການປະທານສະຖານີຂົນສົ່ງສາຍເໜືອຢືນຢັນ ປີໃໝ່ຈະບໍ່ສວຍໂອກາດຂຶ້ນລາຄາໂດຍສານເດັດຂາດ

ປະທານສະຖານີຂົນສົ່ງສາຍເໜືອຢືນຢັນ ປີໃໝ່ຈະບໍ່ສວຍໂອກາດຂຶ້ນລາຄາໂດຍສານເດັດຂາດ

Published on

ປີໃໝ່ລາວໃນປີນີ້ ເຫັນວ່າໄດ້ພັກຍາວຫຼາຍວັນ ເລີ່ມແຕ່ວັນທີ 13-17ເມສາ 2017 ເຊິ່ງເຮັດໃຫ້ຫຼາຍຄົນຖືໂອກາດເດີນທາງໄປຢ້ຽມຢາມພໍ່ແມ່ພີ່ນ້ອງ ເພື່ອໄປສະເຫຼີມສະຫຼອງປີໃໝ່ຢູ່ບ້ານເກີດເມືອງນອນຂອງຕົນເອງ, ໃນການເດີນທາງໄປ ສ່ວນຫຼາຍກໍຈະຂີ່ລົດໂດຍສານ, ແຕ່ສັງຄົມກໍຍັງເປັນຫ່ວງຢ້ານສະພາບເຕັກນິກຂອງລົດບໍ່ຮັບປະກັນ, ສຸຂະພາບຂອງຄົນຂັບບໍ່ພ້ອມ ແລະອີກບັນຫາໜຶ່ງທີ່ສຳຄັນແມ່ນ ຢ້ານສວຍໂອກາດຂຶ້ນຄ່າໂດຍສານ.

ທ່ານນາງ ຈິດປະສົງ ຫຼວງເດດມີໄຊ ປະທານສະຖານີຂົນສົ່ງໂດຍສານສາຍເໜືອ ໄດ້ສຳພາດໃນວັນທີ 4 ເມສາ 2017 ຜ່ານມາວ່າ ໃນໂອກາດປີໃໝ່ລາວທີ່ໃກ້ຈະມາເຖິງນີ້ ທາງສະຖານີໄດ້ມີກນກະກຽມລົດໂດຍສານ ທີ່ຮັບປະກັນໄວ້ຢ່າງຫຼວງຫຼາຍ ເພື່ອຕອບສະໜອງຄວາມພໍພຽງ ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະລົດທຸກຄັນຕ້ອງກວດກາເຕັກນິກສະພາບລົດໃຫ້ດີທີ່ສຸດ ພ້ອມມີການສຶກສາອົບຮົມພະນັກງານຂັບລົດແຕ່ລະສາຍທາງ ໃຫ້ມີຄວາມພ້ອມໃນທຸກດ້ານ ເພື່ອໃຫ້ການເດີນທາງຂອງຜູ້ໂດຍສານໃຫ້ມີຄວາມປອດໄພ

ພ້ອມດຽວກັນນັ້ນ ຈະບໍ່ອະນຸຍາດໃຫ້ຂຶ້ນຄ່າໂດຍສານຢ່າງບໍ່ເປັນທາງການເດັດຂາດ, ແຕ່ເຖິງແນວໃດກໍຕາມ ກໍຂໍເຕືອນໃຫ້ທຸກຄົນມີສະຕິມາຊື້ປີ້ ແລະຂຶ້ນລົດຢູ່ສະຖານີໂດຍກົງ ພ້ອມສັງເກດເບິ່ງປີ້ຂອງຕົນ ແລະເລກທະບຽນລົດກ່ອນຂຶ້ນລົດທຸກຄັ້ງ, ເພື່ອຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍ, ສ່ວນລາຄາປີ້ໂດຍສານແຕ່ລະສາຍນັ້ນ ພວກເຮົາໄດ້ຕິດໄວ້ຊ່ອງເທິງຂອງແຕ່ລະຊ່ອງບໍລິການຂາຍປີ້ ເພື່ອຄວາມຈະຈ່າງແຈ້ງ

ສ່ວນກໍລະນີຂຶ້ນລົດໂດຍສານຢູ່ແຄມທາງ, ນອກສະຖານີ ແມ່ນພວກເຮົາບໍ່ຮັບຜິດຊອບໃນກໍລະນີນັ່ງຕັ່ງເສີມ ເພາະສະຖານີໄດ້ມີລະບຽບວາງອອກຄື: ຕ້ອງຂຶ້ນຢູ່ສະຖານີໂດຍກົງ ເພື່ອຫຼີກລຽງບັນຫາການເອົາລັດເອົາປຽບຈາກຄົນຂັບໂດຍສານ ເຊິ່ງບັນຫານີ້ມັນເກີດຢູ່ນອກເຂດການຄຸ້ມຄອງຂອງສະຖານີ, ເຊິ່ງອາດຈະເຮັດໃຫ້ເກີດຊ່ອງວ່າງໃນການປະພຶດສິ່ງບໍ່ດີຂອງຜູ້ຂັບລົດກໍເປັນໄດ້ ແລະບາງສາຍຫຼັກ ທາງສະຖານີໄດ້ເພີ່ມຈຳນວນລົດໂດຍສານຂຶ້ນ ເປັນຈຳນວນເທົ່າຕົວ ເພື່ອຮອງຮັບຜູ້ໂດຍສານ ທີ່ຈະເພີ່ມຂຶ້ນເຊັ່ນ: ວຽງຈັນ-ວັງວຽງ, ວຽງຈັນ-ທ່າລາດ, ວຽງຈັນ-ຫຼວງພະບາງ ແລະອື່ນໆ

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...