spot_img
Homeຂ່າວທ້ອງຖິ່ນສະໜາມຮັບໃຊ້ງານມະຫາກຳກີລາແຫ່ງຊາດ ຄັ້ງທີ 11 ໄດ້ກໍ່ສ້າງສຳເລັດແລ້ວ 51%

ສະໜາມຮັບໃຊ້ງານມະຫາກຳກີລາແຫ່ງຊາດ ຄັ້ງທີ 11 ໄດ້ກໍ່ສ້າງສຳເລັດແລ້ວ 51%

Published on

ສະໜາມກີລາເປີດ-ປິດ ເພື່ອຮັບໃຊ້ງານມະຫາກຳກີລາແຫ່ງຊາດຄັ້ງທີ 11 ທີ່ຊຽງຂວາງຈະເປັນເຈົ້າພາບ ໃນທ້າຍປີ 2018 ທີ່ໄດ້ເລີ່ມລົງມືກໍ່ສ້າງຕັ້ງແຕ່ຕົ້ນເດືອນ ຕຸລາາ 2015 ດ້ວຍເນື້ອທີ່ທັງໝົດ 35 ເຮັກຕາ ຜູ້ຮັບເໝົາຄາດວ່າຈະໃຊ້ເວລາອີກໜຶ່ງປີຈິ່ງສຳເລັດ

ທ່ານ ຄຳມະນີ ອິນທະວົງ ວິຊາການ ບໍລິສັດທີ່ປຶກສາ ການກໍ່ສ້າງໄດ້ກ່າວລາຍງານ ຄວາມຄືບໜ້າ ຂອງການກໍ່ສ້າງສະໜາມກີລາເມື່ອບໍ່ດົນມານີ້ວ່າ ມາຮອດປະຈຸບັັນ ການກໍ່ສ້າງໄດ້ສຳເລັດແລ້ວ 51% ເປັນຕົ້ນແມ່ນໄດ້ສຳເລັດໜ້າວຽກບຸກເບີກອະນາໄມ ສະຖານທີ່ກໍ່ສ້າງ, ທາງເວັ້ນອ້ອມສະໜາມ, ດຶງຕາຂ່າຍໄຟຟ້າ, ພ້ອມຕິດຕັ້ງໝໍ້ແປງໄຟ, ຕີຜັງຈັບລະດັບ, ຂຸດຂຸມຮາກຖານ, ຕີແບບເທເປຕົງເສີມເຫຼັກຕີນຮາກຖານ, ກໍ່ຝາ 20 ຊັງຕີແມັດກ້ອງຄານດິນ, ກໍ່ໂບກຝາຂັ້ນຫ້ອງຕ່າງໆ, ສ່ວນໜ້າວຽກທີ່ຈະໄດ້ສືບຕໍ່ດຳເນີນຕໍ່ໄປແມ່ນ: ກໍ່ໂບກຕິດກາໂລ, ຕິດຕັ້ງໄຟຟ້ານໍ້າປະປາ, ຕິດຕັ້ງໂຄງຫຼັງຄາ, ກຳແພງອ້ອມ, ເດີ່ນຈອດລົດ, ວຽກພື້ນສະໜາມ ກິລາເຕະບານ ແລະລານແລ່ນ

ການກໍ່ສ້າງສະພາບບາງຄັ້ງ ກໍພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າຝົນຕົກ, ໄຟຟ້າບໍ່ມາປົກກກະຕິ, ບ່ອນຕັ້ງຫ່າງຈາກນໍ້າປະປາ, ແຕ່ທາງບໍລິສັດ ກໍພະຍາຍາມເອົາໃຈໃສ່ສູ້ຊົນ ເຮັດໃຫ້ສະໜາມກີລາແຫ່ງນີ້ ສຳເລັດກ່ອນມື້ເປີດງ່ານຕົວຈິງ 4 ເດືອນຢ່າງຕໍ່າ

ສະໜາມກິລາແຫ່ງນີ້ ລັດຖະບານລາວໄດ້ທຸ້ມງົບປະມານໃນວົງເງິນ 215 ຕື້ກວ່າກີບ ເຂົ້າໃນການກໍ່ສ້າງ, ໂດຍແມ່ນບໍລິສັດ ດາວພວນ ສຳຫຼວດອອກແບບ-ກໍ່ສ້າງເຄຫະສະຖານ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ຄາດວ່າສາມາດຮອງຮັບມວນຊົນໄດ້ຢ່າງໜ້ອຍ 11 ພັນຄົນ ແລະມີລານຈອດລົດທີ່ກວ້າງຂວາ ສາມາດບັນຈຸໄດ້ເຖິງ 6 ພັນກວ່າຄັນ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...