ນາຊາສະເໜີໃຫ້ດາວພລູໂຕກັບມາເປັນດາວເຄາະອີກຄັ້ງ

ນັກວິທະຍາສາດຂອງນາຊາ ໄດ້ອອກຖະແຫຼງການທີ່ນຳສະເໜີນິຍາມໃໝ່ຂອງດາວເຄາະ ຖ້າໄດ້ຮັບການຍອມຮັບຈະເຮັດໃຫ້ດາວ ພລູໂຕ ໄດ້ກັບມາເປັນດາວເຄາະອີກຄັ້ງໜຶ່ງ ແລະ ຮວມເຖິງດວງເດືອນຂອງໂລກເຮົານຳ

ດາວພລູໂຕ ຖືກຖອນອອກຈາກການເປັນດາວເຄາະເມື່ອປີ 2006 ດ້ວຍນິຍາມຂອງດາວເຄາະທີ່ກຳນົດຂຶ້ນໃໝ່ໃນການປະຊຸມສະຫະພັນດາລາສາດສາກົນ (IAU) ເຊິ່ງນິຍາມວ່າດາວເຄາະຄື ເທວັດຖຸເທິງທ້ອງຟ້າທີ່

  1. ໂຄຈອນຮອບດວງອາທິດ (ເທົ່ານັ້ນ)
  2. ມີມວນຫຼາຍພໍທີ່ຈະມີແຮງໂນ້ມຖ່ວງດຶງດູດຕົວເອງໃຫ້ມີຮູບຮ່າງໃກ້ຄຽງກັບຊົງກົມ
  3. ສາມາດກວາດເທວັດຖຸອື່ນບໍລິເວນໃກ້ຄຽງວົງໂຄຈອນຂອງມັນໄປໄດ້ ຫຼື ບໍ່ມີວັດຖຸອື່ນທີ່ມີຂະໜາດໃກ້ຄຽງກັນ ແລະ ລັກສະນະທາງກາຍະພາບຄ້າຍຄືກັນຢູ່ໃກ້ວົງໂຄຈອນ

ເຊິ່ງດາວພລູໂຕບໍ່ຜ່ານເກນຂໍ້ທີ 3 ເຮັດໃຫ້ຖືກປົດຊັ້ນເປັນດາວເຄາະນ້ອຍຈົນເຖິງປັດຈຸບັນ

ທີມນັກວິທະຍາສາດທີ່ນຳສະເໜີນິຍາມໃໝ່ຂອງດາວເຄາະນຳໂດຍ Alan Stern ຜູ້ກວດການຄົນສຳຄັນຂອງພາລະກິດສົ່ງຍານ ນິວຮໍໄຣຊັນສ໌ໄປດາວພລູໂຕ ເຊິ່ງປະສົບຄວາມສຳເລັດໃນການບິນຜ່ານດາວພລູໂຕເປັນຄັ້ງທຳອິດໃນປີ 2015 ມີການພົບພູມສາດປະເທດຮູບຫົົວໃຈຂະໜາດໃຫຍ່ເທິງຜິວດາວ ເຊິ່ງເປັນທີ່ຮືຮາໄປທົ່ວໂລກ ແລະ ຂະນະນີ້ກໍ່ຍັງສຳຫຼວດ ແລະ ສົ່ງຂໍ້ມູນໃໝ່ໆຂອງດາວພລູໂຕກັບມາຢູ່ຕະຫຼອດ.