ກຸ່ມໄອເອັສ ວາງລະເບີດໂຈມຕີ ທາງພາກໃຕ້ເມືອງຫລວງອີຣັກ ເສຍຊີວິດຢ່າງໜ້ອຍ 45 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ກຸມພາຜ່ານມານີ້ວ່າ ເກີດເຫດຄົນຮ້າຍວາງລະເບີດລົດຍົນ ຢູ່ເຂດຕະຫລາດຂາຍລົດມືສອງ ທາງຕອນໃຕ້ນະຄອນຫລວງແບກແດດ ປະເທດອີຣັກ ເມື່ອເວລາ 16:15 ໂມງ ຕາມເວລາໃນທ້ອງຖິ່ນ ຊຶ່ງກົງກັບເວລາ 20:15 ໂມງ ຂອງວັນພະຫັດ (16 ກຸມພາ) ຕາມເວລາໃນປະເທດລາວ ໂດຍເຈົ້າໜ້າທີ່ກະຊວງປ້ອງກັນປະເທດອີຣັກລະບຸວ່າ ມີຄົນເສຍຊີວິດຈາກເຫດການດັ່ງກ່າວ ຢ່າງໜ້ອຍ 45 ຄົນ ແລະ ໄດ້ຮັບບາດເຈັບອີກ ຢ່າງໜ້ອຍ 60 ຄົນ ພ້ອມທັງເຜີຍວ່າ ຍອດຜູ້ເສຍຊີວິດອາດເພີ່ມສູງກວ່ານີ້.

ດ້ານສຳນັກຂ່າວ ອາມັກ ຊຶ່ງເປັນສື່ໂຄສະນາຊວນເຊື່ອຂອງກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ ໄດ້ອອກມາລາຍງານເຫດການດັ່ງກ່າວນີ້ ໂດຍອ້າງເປັນຜູ້ຢູ່ເບື້ອງຫລັງການໂຈມຕີ ແນໃສ່ເປົ້າໝາຍເຂດຊຸມຊົນຂອງຊາວຊີອະ.